ການບໍລິການຂອງພວກເຮົາແມ່ນມີຫຼາຍຢ່າງ...
1.ເປີດບັນຊີຫຼັກຊັບສຳລັບບຸກຄົນ ຫຼື ນິຕິບຸກຄົນ ພາຍໃນ-ຕ່າງປະເທດ;
2.ຂໍລະຫັດ ID ໃຫ້ແກ່ນັກລົງທຶນຕ່າງປະເທດ;
3.ສະໜອງຂໍ້ມູນທາງດ້ານວິຊາການໃຫ້ແກ່ການຊື້-ຂາຍຫຼັກຊັບ;
4.ການຮັບ-ສົ່ງ ຄໍາສັ່ງຊື້ຂາຍຫຼັກຊັບ;
5.ບໍລິການໃຫ້ແກ່ນັກລົງທຶນພາຍໃນ-ຕ່າງປະເທດດ້ວຍຫຼາຍພາສາ ຄື: ພາສາລາວ, ຈິນ, ອັງກິດ ແລະ ອື່ນໆ.
ຂັ້ນຕອນການເປີດບັນຊີຊື້-ຂາຍຫຼັກຊັບແລະ ຊື້ຂາຍ

1. ເປີດບັນຊີເງິນຝາກຂອງທະນາຄານການຄ້າຕ່າງປະເທດລາວມະຫາຊົນ (ທຄຕລ) ເປັນບັນຊີເງິນຝາກປະຢັດ, ສະກຸນເງິນກີບ;
2. ເປີດບັນຊີຫຼັກຊັບຂອງ ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ (ບລຈ);
3. ໂອນເງິນຈາກບັນຊີເງິນຝາກທະນາຄານເຂົ້າບັນຊີຫຼັກຊັບ;
4. ສັ່ງຊື້ຮຸ້ນ.
ເອກະສານປະກອບໃນການເປີດບັນຊີຫຼັກຊັບ
1. ສຳລັບບຸກຄົນພາຍໃນ
- ບັນຊີເງິນຝາກປະຢັດຂອງທະນາຄານການຄ້າຕ່າງປະເທດລາວ (ທຄຕລ), ເປັນສະ ກຸນເງິນກີບ;
- ສຳເນົາບັດປະຈຳຕົວທີ່ຍັງມີອາຍຸການນຳໃຊ້.
- ຂຽນແບບຟອມເປີດບັນຊີຫຼັກຊັບຂອງ ບລຈ.
2. ສຳລັບບຸກຄົນຕ່າງປະເທດ
- ຍື່ນສະເໜີຂໍ ID ນັກລົງທຶນຕ່າງປະເທດ ໂດຍຜ່ານ ບລຈ ເຊິ່ງຈະໃຊ້ເວລາປະມານ 3-4 ວັນລັດຖະການ;
- ບັນຊີເງິນຝາກປະຢັດຂອງທະນາຄານການຄ້າຕ່າງປະເທດລາວ (ທຄຕລ), ເປັນສະ ກຸນເງິນກີບ;
- ສຳເນົາໜັງສືຜ່ານແດນທີ່ຍັງມີອາຍຸນຳໃຊ້;
- ໃບອະນຸຍາດເຮັດວຽກ ແລະ ໃບອະນຸຍາດພັກເຊົາທີ່ຍັງມີອາຍຸນຳໃຊ້ (ຖ້າມີ).
- ຂຽນແບບຟອມເປີດບັນຊີຫຼັກຊັບຂອງ ບລຈ.
3. ສຳລັບນິຕິບຸກຄົນພາຍໃນ
- ບັນຊີເງິນຝາກປະຢັດຂອງທະນາຄານການຄ້າຕ່າງປະເທດລາວ (ທຄຕລ), ເປັນສະ ກຸນເງິນກີບ;
- ສຳເນົາບັດປະຈຳຕົວທີ່ຍັງມີອາຍຸການນຳໃຊ້ຂອງຕາງໜ້ານິຕິບຸກຄົນ.
- ໃບທະບຽນວິສາຫະກິດ, ໃບທະບຽນອາກອນ ແລະ ກົດລະບຽບຂອງບໍລິສັດ.
- ຂຽນແບບຟອມເປີດບັນຊີຫຼັກຊັບຂອງ ບລຈ.
4. ສຳລັບນິຕິບຸກຄົນຕ່າງປະເທດ
- ຍື່ນສະເໜີຂໍ ID ນັກລົງທຶນຕ່າງປະເທດ ໂດຍຜ່ານ ບລຈ ເຊິ່ງຈະໃຊ້ເວລາປະມານ 3-4 ວັນລັດຖະການ;
- ບັນຊີເງິນຝາກປະຢັດຂອງທະນາຄານການຄ້າຕ່າງປະເທດລາວ (ທຄຕລ), ເປັນສະ ກຸນເງິນກີບ;
- ສຳເນົາໜັງສືຜ່ານແດນຂອງຕາງໜ້ານິຕິບຸກຄົນທີ່ຍັງມີອາຍຸນຳໃຊ້;
- ໃບອະນຸຍາດເຮັດວຽກ ແລະ ໃບອະນຸຍາດພັກເຊົາທີ່ຍັງມີອາຍຸນຳໃຊ້ (ຖ້າມີ);
- ໃບທະບຽນວິສາຫະກິດ, ໃບທະບຽນອາກອນ ແລະ ກົດລະບຽບຂອງບໍລິສັດ;
- ຂຽນແບບຟອມເປີດບັນຊີຫຼັກຊັບຂອງ ບລຈ.
ການສົ່ງຄຳສັ່ງຊື້ຂາຍຫຼັກຊັບ
ພາຍຫຼັງທີ່ນັກລົງທຶນໄດ້ເປີດບັນຊີຫຼັກຊັບແລ້ວ, ນັກລົງທຶນສາມາດສົ່ງຄໍໍາສັ່ງຊື້-ຂາຍຫຼັກຊັບ ໂດຍຜ່ານຮູບແບບຕ່າງໆລຸ່ມນີ້:
1. ການສົ່ງຄໍາສັ່ງຜ່ານພະນັກງານໂດຍກົງ: ນັກລົງທຶນສາມາດສົ່ງຄໍາສັ່ງໄດ້ທີ່ຈຸດບໍລິການຂອງ ບລຈ ໂດຍຜ່ານພະນັກງານໂດຍກົງ;
2. ການສົ່ງຄຳສັ່ງຜ່ານທາງໂທລະສັບ: ນັກລົງທຶນສາມາດສົ່ງຄໍາສັ່ງຊື້-ຂາຍຮຸ້ນຜ່ານທາງລະບົບໂທລະສັບຂອງ ບລຈ ໄດ້ທີ່ເບີ: 021-419210-1;
3. ການສົ່ງຄໍາສັ່ງຜ່ານທາງອີແມວ໌: ນັກລົງທຶນສາມາດສົ່ງຂໍ້ມູນການຊື້-ຂາຍຫຼັກຊັບຜ່ານທາງອີເມວ໌, ໂດຍສົ່ງມາທີ່ອີເມວ໌: broker@lcs.com.la;
4. ການສົ່ງຄໍາສັ່ງຄ້າຫຼັກຊັບກັບທີ່: ນັກລົງທຶນ ຈະຕ້ອງເປີດນໍາໃຊ້ລະບົບ “ລະບົບຄ້າຂາຍຫຼັກຊັບກັບທີ່” (HTS), ຫຼັງຈາກຕິດຕັ້ງ ລະບົບໃສ່ກັບຄອມພິວເຕີສ່ວນຕົວ ຫຼື Notebook ທ່ານກໍ່ຈະສາມາດສົ່ງຄໍາສັ່ງຊື້-ຂາຍໄດ້ດ້ວຍຕົນເອງທັນທີ.
ຂໍ້ມູນທີ່ຕ້ອງຮູ້ໃນການຊື້ຂາຍຫຼັກຊັບ
ເວລາ ແລະ ລະບຽບການຊື້ຂາຍຫຼັກຊັບ
- ທຸກໆວັນລັດຖະການ (ຍົນເວັ້ນວັນພັກທາງລັດຖະການຂອງ ສປປ ລາວ, ວັນເສົາ-ອາທິດ, 3 ວັນລັດຖະການສຸດທ້າຍຂອງ ທ້າຍປີ ແລະ ປະກາດວັນພັກຕາມແຈ້ງການຂອງຕະຫຼາດຫຼັກຊັບລາວ).
- ເວລາຊື້ຂາຍ: 8:30 – 15:00 ໂມງ
- ການຈັບຄູ່ຊື້ຂາຍ:
8:00 – 9:00 ແມ່ນການຈັບຄູ່ຊື້-ຂາຍແບບປະມູນລາຄາ (Call-auction, ລະບົບຈະປະມູນລາຄາເປີດຕະຫຼາດ).
9:00 - 14:50 ແມ່ນລະບົບການຈັບຄູ່ແບບຕໍ່ເນື່ອງວິນາທີຕໍ່ວິນາທີ (Continuous-auction).
14:50 – 15:00 ແມ່ນການຈັບຄູ່ຊື້-ຂາຍແບບປະມູນລາຄາ (Call-auction, ລະບົບຈະປະມູນລາຄາປິດຕະຫຼາດ).
- ຮູບແບບຄຳສັ່ງຊື້ຂາຍ: ຜູ້ລົງທຶນເປັນຜູ້ກຳນົດເອງຕາມລາຄາຕະຫຼາດ
- ຂໍ້ກຳນົດ ແລະ ຫົວໜ່ວຍຊື້ຂາຍ: ລາຄາ, ເວລາ, ຈຳນວນ (ຕຳ່ສຸດ 100 ຮຸ້ນ)
- ອັດຕາການເໜັງຕີງຂອງລາຄາປະຈຳວັນ: ອີງຕາມລາຄາປິດຕະຫຼາດຂອງມື້ວານ ±10%
- ອັດຕາຄ່າທຳນຽມ
ຜ່ານນາຍໜ້າ: ຊື້ 0.34% ຂອງມູນຄ່າຊື້ ແລະ ຂາຍ 0.34% ຂອງມູນຄ່າຂາຍ.
ນຳໃຊ້ລະບົບ HTS: ຊື້ 0.306% ຂອງມູນຄ່າຊື້ ແລະ ຂາຍ 0.306% ຂອງມູນຄ່າຂາຍ.
ຂໍ້ມູນເພີ່ມເຕີມຕິດຕໍ່ພະແນກນາຍໜ້າຊື້ຂາຍຫຼັກຊັບ
ໂທລະສັບ: 856 21 419222
ແຟັກ: 856 21 419 220
Call Center: 856 21 419210-1
ມືຖື: 856 20 28899546 / 52878891 / 78945642 / 97881951
Email: Broker@lcs.com.la
ທີ່ປຶກສາດ້ານການເງິນ ສາມາດເຄື່ອນໄຫວໃຫ້ຄຳປຶກສາກ່ຽວກັບການປັບໂຄງສ້າງການຈັດຕັ້ງ, ການຄຸ້ມຄອງບໍລິຫານ, ດ້ານການເງິນ, ການເຄື່ອນໄຫວທຸລະກິດ ແລະ ອື່ນໆ ເພື່ອກະກຽມການອອກຈໍາໜ່າຍຫຼັກຊັບໃຫ້ແກ່ມວນຊົນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ.
ທີ່ປຶກສາດ້ານການເງິນ ປະຕິບັດໜ້າທີ່ເພື່ອລະດົມທຶນ, ແນະນໍາໃຫ້ລູກຄ້າຊອກຫາເງິນທຶນໃນຕະຫລາດທຶນ, ຊື້-ຂາຍຫຼັກຊັບ, ການຄວບລວມ ແລະ ການຊື້-ຂາຍກິດຈະການ ລວມທັງການໃຫ້ຄຳປຶກສາກ່ຽວກັບການເຮັດທຸລະກຳທາງການເງິນປະເພດອື່ນໆເຊັ່ນ: ການປັບໂຄງສ້າງໜີ້ສິນ, ການຈັດລຳດັບຄວາມໜ້າເຊື່ອຖື, ອອກແບບຜະລິດຕະພັນດ້ານການເງິນ, ການປະເມີນມູນຄ່າຫຼັກຊັບ ຫຼື ກິດຈະການ, ສຶກສາຄວາມເປັນໄປໄດ້ຂອງໂຄງການ, ການປັບໂຄງສ້າງຂອງບໍລິສັດ, ການດັດປັບໂຄງສ້າງການຖືຮຸ້ນ, ການປັບໂຄງສ້າງໜີ້ສິນ, ການປັບໂຄງສ້າງທຶນ ແລະ ອື່ນໆ.
ຂໍ້ມູນເພີ່ມເຕີມຕິດຕໍ່ພະແນກທີ່ປຶກສາທາງດ້ານການເງິນ
ໂທລະສັບ: 856 21 419222
Email: fa@lcs.com.la
ຜູ້ຄ້ຳປະກັນການອອກຈໍາໜ່າຍຫຼັກຊັບ ສາມາດເຄື່ອນໄຫວດັ່ງນີ້:
1. ກຳນົດລາຄາ ແລະ ຈໍານວນຫຼັກຊັບທີ່ຈະອອກຈໍາໜ່າຍ;
2. ໃຫ້ການຄ້ຳປະກັນການອອກຈໍາໜ່າຍຫຼັກຊັບ ດ້ວຍການຊ່ວຍຈໍາໜ່າຍ ຫຼື ຮັບຊື້ຫຼັກຊັບບາງສ່ວນ ຫຼື ທັງໝົດຈາກບໍລິສັດອອກຈໍາໜ່າຍຫຼັກຊັບໃນສ່ວນທີ່ຈໍາໜ່າຍບໍ່ໝົດ ເພື່ອຮັບປະກັນຄວາມສຳເລັດຂອງການອອກຈໍາໜ່າຍຫຼັກຊັບ;
ຂໍ້ມູນເພີ່ມເຕີມຕິດຕໍ່ພະແນກທີ່ປຶກສາທາງດ້ານການເງິນ
ໂທລະສັບ: 856 21 419222
Email: fa@lcs.com.la
ປີ 2015:
- ເຊັນສັນຍາທີ່ປຶກສາດ້ານການເງິນຂອງ ບໍລິສັດ ຊີມັງລາວ ມະຫາຊົນ (ບຊລ);
ປີ 2017:
- ເປັນທີ່ປຶກສາດ້ານການເງິນ ແລະ ຜູ້ຄໍ້າປະກັນການອອກຈໍາໜ່າຍຮຸ້ນເພີ່ມທຶນ ໃຫ້ແກ່ຜູ້ຖືຮຸ້ນເດີມ ແລະ ມວນຊົນທົ່ວໄປ (RO/PO) ຂອງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໃນວົງເງິນ 360 ຕື້ກີບ;
ປີ 2018:
- ເປັນຜູ້ຄໍ້າປະກັນການອອກຈໍາໜ່າຍຮຸ້ນຄັ້ງທຳອິດ ວົງເງິນປະມານ 29 ຕື້ກີບ ໃຫ້ແກ່ ບຊລ ແລະ ນຳພາບໍລິສັດດັ່ງກ່າວ ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ ໃນວັນທີ 02 ມີນາ 2018;
ປີ 2019:
- ເປັນທີ່ປຶກສາດ້ານການເງິນ, ຜູ້ຄໍ້າປະກັນການອອກຈໍາໜ່າຍຮຸ້ນຄັ້ງທຳອິດໃຫ້ແກ່ ບໍລິສັດ ວຽງຈັນເຊັນເຕີ ລາວ ມະຫາຊົນ ແລະ ນຳພາບໍລິສັດດັ່ງກ່າວ ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວໃນວັນທີ 31 ພຶດສະພາ 2019 ໃນວົງເງິນປະມານ 54 ຕື້ກີບ;
- ເປັນທີ່ປຶກສາດ້ານການເງິນ ແລະ ຜູ້ຄໍ້າປະກັນການອອກຈໍາໜ່າຍຮຸ້ນ ທຄຕລ ຈຳນວນ 10% ທີ່ລັດຖະບານຖືຄອງ (RO/PO) ໃນວົງເງິນປະມານ 115 ຕື້ກີບ;
- ຮ່ວມເປັນຕົວແທນຈໍາໜ່າຍພັນທະບັດລັດຖະບານ ປະເພດດຸ່ນດ່ຽງງົບປະມານ ມູນຄ່າ 1.000 ຕື້ກີບ ອອກໂດຍກະຊວງການເງິນ.
|
ພວກສ່ວນຄຸ້ມຄອງ |
ຜູ້ຖືຮຸ້ນ |
ບໍລິສັດຈົດທະບຽນ |
ສະຫງວນລິຂະສິດ © 2026 ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ. ຕັ້ງຢູ່: ຫ້ອງການເບີ A6 ຂອງຕຶກເບີ 1 ເຂດເສດຖະກິດພິເສດບຶງທາດຫຼວງ, ນະຄອນຫຼວງວຽງຈັນ, ສປປ ລາວ. |
