ເວລາ : November 8, 2024, 4:19 pmບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ (ບລຈ) ແລະ ບໍລິສັດ ໂທລະພາບດີຈີຕອນລາວ ຈຳກັດ (LDTV) ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ
(Memorandum of Understanding “MOU”) ໃນຕອນເຊົ້າຂອງວັນທີ 08 ພະຈິກ 2024 ທີ່ຫ້ອງປະຊຸມຂອງ ບລຈ, ຊຶ່ງລົງນາມໂດຍ
ທ່ານ ລິນ ລີ ຜູ້ອໍານວຍການ ບລຈ ແລະ ທ່ານ ຫຼິວ ຮ້າວ ຜູ້ອໍານວຍການ LDTV, ພ້ອມທັງຄະນະອໍານວຍການ, ຄະນະພະແນກ ແລະ ພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.
ຈຸດປະສົງຂອງການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ແມ່ນເພື່ອໃຫ້ຄໍາແນະນໍາທາງດ້ານການເງິນເໝາະສົມໃນການກະກຽມຄວາມພ້ອມ
ໃນການອອກຈໍາໜ່າຍຮຸ້ນໃຫ້ແກ່ມວນຊົນຄັ້ງທຳອິດ (IPO) ແລະ ຈົດທະບຽນໃນຕະຫຼາດຫຼັກຊັບລາວ ຂອງ LDTV ໃຫ້ໄດ້ຢ່າງມີປະສິດທິພາບ
|
ພວກສ່ວນຄຸ້ມຄອງ |
ຜູ້ຖືຮຸ້ນ |
ບໍລິສັດຈົດທະບຽນ |
ສະຫງວນລິຂະສິດ © 2026 ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ. ຕັ້ງຢູ່: ຫ້ອງການເບີ A6 ຂອງຕຶກເບີ 1 ເຂດເສດຖະກິດພິເສດບຶງທາດຫຼວງ, ນະຄອນຫຼວງວຽງຈັນ, ສປປ ລາວ. |
