LSC Company LOGO
ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ
  • ລ
  • En
  • 中
ສົ່ງຄຳຄິດເຫັນ
  • ໜ້າຫຼັກ
  • ຂ່າວສານ
    • ແຈ້ງການ
    • ຂ່າວສານບໍລິສັດ
    • ຂ່າວສານພາຍໃນ
  • ບໍລິການ
            • ນາຍໜ້າຊື້-ຂາຍ ຫຼັກຊັບ
            • ທີ່ປຶກສາດ້ານການເງິນ
            • ຜູ້ຄໍ້າປະກັນການອອກຈໍາໜ່າຍຫຼັກຊັບ
            • ຜົນສຳເລັດໂຄງການທີ່ຜ່ານມາ
          • ຜະລິດຕະພັນ
            • ຮຸ້ນສາມັນ
            • ພັນທະບັດ
          • ດາວໂຫຼດ
            • ໂປແກຣມ ດາວໂຫລດ
            • ໂປຼແກຣມເສີມສຳລັບ Windows Home Edition
            • ໂປຼແກຣມຈຳລອງການຊື້ ຂາຍຮຸ້ນ
            • ເອກະສານ ດາວໂຫລດ
            • ລາຍງານການຊື້-ຂາຍຮຸ້ນປະຈຳວັນ
            • ແບບຟອມເປີດບັນຊີຮຸ້ນ
            • ແບບຟອມເປີດບັນຊີພັນທະບັດ
            • ໜັງສືເຊີນເຂົ້າຮ່ວມກອງປະຊຸມຜູ້ຖືຮຸ້ນ ບລຈ ສະໄໝສາມັນ 2025
          • ກ່ຽວກັບ
            • ປະຫວັດຫຍໍ້ຂອງບໍລິສັດຫລັກຊັບ ລາວ-ຈີນ ຈຳກັດ
            • ປະຫວັດຫຍໍ້ໍຂອງຜູ້ຖືຮຸ້ນ
            • ວັດທະນະທຳບໍລິສັດ
            • ແຜນຍຸດທະສາດໃນການດໍາເນີນທຸລະກິດ
            • ໂຄງຮ່າງການຈັດຕັ້ງ
          • ຕິດຕໍ່ພວກເຮົາ
            • ພະແນກນາຍໜ້າຊື-ຂາຍຫຼັກຊັບ
            • ພະແນກທີ່ປຶກສາທາງການເງິນ

          ງານສົນທະນາ ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບວຽກງານ “ການອອກຈຳໜ່າຍຮຸ້ນ ແລະ ເຂົ້າຈົດທະບຽນໃນກະດານຮອງ ຂອງ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ (SMEs)”

          ເວລາ : October 17, 2023, 10:37 am

          ໃນຕອນເຊົ້າຂອງວັນທີ 16 ຕຸລາ 2023 ທີ່ຫ້ອງປະຊຸມໃຫຍ່ ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ (ບລຈ) ຕຶກຕະຫຼາດຫຼັກຊັບລາວ ຊັ້ນ 6 ໄດ້ຈັດງານສົນທະນາ ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບວຽກງານ “ການອອກຈຳໜ່າຍຮຸ້ນ ແລະ ເຂົ້າຈົດທະບຽນໃນກະດານຮອງ ຂອງ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ (SMEs)” ໃຫ້ກັບບັນດາ ວິສາຫະກິດ SME ທີ່ມີຈຸດປະສົງ ແລະ ມີຄວາມສົນໃຈລະດົມທຶນຜ່ານຕະຫຼາດທຶນລາວ. ໂດຍມີ ທ່ານ ລິນ ລີ ຜູ້ອຳນວຍການ ພ້ອມດ້ວຍ ພະນັກງານທີ່ກ່ຽວຂ້ອງຂອງ ບລຈ ເຂົ້າຮ່ວມ, ສຳລັບຝ່າຍວິສາຫະກິດ SME ແມ່ນນຳໂດຍ ທ່ານ ວິບູນ ສິດທິມໍລະດາ ຜູ້ອຳນວຍການ ບໍລິສັດ ຊ້າງລາວ ວິສະວະກຳ ແລະ ກໍ່ສ້າງ ຈຳກັດ, ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ຮອງປະທານ ສະມາຄົມ LAOSME ແລະ ຮອງປະທານ ສະມາຄົມ ນັກທຸລະກິດໜຸ່ມ ແຫ່ງຊາດລາວ, ພ້ອມທັງຜູ້ບໍລິຫານຂອງບໍລິສັດ KPV GOLD Co.,Ltd; ບໍລິສັດ VARI Co.,Ltd; ບໍລິສັດ Bitqik Sole Co.,Ltd; ບໍລິສັດ Loca Co.,Ltd; ບໍລິສັດ Anouvong Marketing Solution Co.,Ltd ແລະ ບໍລິສັດ Bansi.la Co.,Ltd ກໍ່ໄດ້ເຂົ້າຮ່ວມງານນີ້ຢ່າງພ້ອມພຽງ.

          ງານສົນທະນາ ແລະ ແລກປ່ຽນຄຳຄິດເຫັນໃນຄັ້ງນີ້ປະກອບມີ: ຜົນປະໂຫຍດ ແລະ ສິ່ງທ້າທາຍ, ເງື່ອນໄຂຕ່າງໆໃນການອອກຈຳໜ່າຍຮຸ້ນ IPO ແລະ ການເຂົ້າຈົດທະບຽນໃນການດານຮອງ ຂອງ ວິສາຫະກິດ SME. ງານສົນທະນາໄດ້ມີການປຶກສາແລກປ່ຽນຄຳຄິດເຫັນກັນຢ່າງກົງໄປກົງມາ ແລະ ໄດ້ຮັບໝາກຜົນທີ່ດີ  ລວມທັງມີການສະເໜີຄຳຄິດເຫັນຕໍ່ ບລຈ ເພື່ອນຳໄປສະເໜີຕໍ່ອົງການຄຸ້ມຄອງທີ່ກ່ຽວຂ້ອງຕື່ມ.

          ບລຈ ໄດ້ຈັດງານພົບປະໃນລັກສະນະນີ້ຂຶ້ນເປັນປະຈຳ ເພື່ອສ້າງໂອກາດໃຫ້ແກ່ ບັນດາວິສາຫະກິດ SME ທີ່ມີຄວາມສົນໃຈການລະດົມທຶນຜ່ານຕະຫຼາດຫຼັກຊັບລາວ ໄດ້ເຂົ້າມາແລກປ່ຽນຄຳຄິດເຫັນກັບທີມງານຂອງ ບລຈ ໄດ້ໂດຍກົງ.

          ເວລາ : October 17, 2023, 10:37 am

          ພວກສ່ວນຄຸ້ມຄອງ

          ຜູ້ຖືຮຸ້ນ

          ບໍລິສັດຈົດທະບຽນ             

          bol apb apb
          apb ps ps
          bcel edlgen ptl svn pcd lcc mht lat vcl lalco         

          • ສະໝັກວຽກກັບພວກເຮົາ
          • call ຕິດຕໍ່ພວກເຮົາ
          ສະຫງວນລິຂະສິດ © 2026 ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ. ຕັ້ງຢູ່:​ ຫ້ອງການເບີ A6 ຂອງຕຶກເບີ 1 ເຂດເສດຖະກິດພິເສດບຶງທາດຫຼວງ, ນະຄອນຫຼວງວຽງຈັນ, ສປປ ລາວ.
          Facebook
          [ ຈຳນວນຜູ້ເຂົ້າຊົມ: 75,080 ]