ໃນຕອນເຊົ້າຂອງວັນທີ 16 ມີນາ 2023 ທ່ານ ລິນລີ ຜູ້ອຳນວຍການ ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ (ບລຈ) ໄດ້ເຂົ້າຮ່ວມງານຖະແຫຼ່ງຂ່າວການຈໍາໜ່າຍພັນທະບັດລັດຖະບານຊຸດໃໝ່ ສົກປີ 2023 ອອກໂດຍກະຊວງການເງິນ
ຜ່ານຕະຫຼາດຫຼັກຊັບລາວ ທີ່ອາຄານຕະຫຼາດຫຼັກຊັບລາວ, ນະຄອນຫຼວງວຽງຈັນ, ຊຶ່ງ ບລຈ ກໍ່ເປັນໜຶ່ງໃນຕົວແທນຈຳໜ່າຍພັນທະບັດລັດຖະບານຊຸດໃໝ່ ສົກປີ 2023.
ງານຖະແຫຼ່ງຂ່າວດັ່ງກ່າວຍັງໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ສຸລິວັດ ສຸວັນນະຈູມຄໍາ ຫົວໜ້າກົມຄຸ້ມຄອງໜີ້ສິນສາທາລະນະ ກະຊວງການເງິນ, ທ່ານ ນ. ວຽງດາລີ ສຸພານຸວົງ ຮອງຫົວໜ້າ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ,
ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ, ທ່ານ ປອ. ເທບສະຫວັນ ກິຕິຍະວົງ ຜູ້ອຳນວຍການການ ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ, ທ່ານ ນ. ວິໄລທອງ ທຳມະວົງສາ
ຮັກສາການ ຜູ້ອຳນວຍການ ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ, ພ້ອມນັ້ນ ກໍ່ຍັງມີຕົວແທນຈາກພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນຈຳນວນໜຶ່ງ.
ຈຸດປະສົງຂອງງານຖະແຫຼ່ງຂ່າວໃນຄັ້ງນີ້ ແມ່ນເພື່ອນຳສະເໜີຂໍ້ມູນກ່ຽວກັບການຈຳໜ່າຍພັນທະບັດລັດຖະບານຊຸດໃໝ່ ສົກປີ 2023 ທີ່ເປັນພັນທະບັດດຸ່ນດ່ຽງງົບປະມານ ລວມມີ ສະກຸນເງິນກີບ ຈຳ ນວນ 2.500 ຕື້ກີບ ແລະ ສະກຸນເງິນໂດລາສະຫະລັດ
ຈຳນວນ 50 ລ້ານໂດລາ ໃຫ້ສັງຄົມໄດ້ຮັບຊາບ ແລະ ມີສ່ວນຮ່ວມໃນການລົງທຶນໃນພັນທະບັດລັດຖະບານ.
ທ່ານ ສຸລິວັດ ສຸວັນນະຈູມຄໍາ ກໍ່ຍັງໄດ້ສະເໜີໃຫ້ຮູ້ວ່າ: ໄລຍະຜ່ານມາ ກະຊວງການເງິນ ໄດ້ຮ່ວມມືກັບສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບລາວ ແລະ 3 ບໍລິສັດຫຼັກ ຈໍາໜ່າຍພັນທະບັດລັດຖະບານ ທີ່ອອກຈໍາໜ່າຍໂດຍ
ກະຊວງການເງິນຜ່ານຕະຫຼາດຫຼັກຊັບລາວ ນັບແຕ່ປີ 2018-2022 ແມ່ນໄດ້ອອກມາແລ້ວ 3 ຊຸດ, ຊຶ່ງເປັນສະກຸນເງິນກີບ 5.900 ຕື້ກີບ ແລະ ສະກຸນເງິນໂດລາສະຫະລັດ 100 ລ້ານໂດລາ. ຈາກຜົນສໍາເລັດດັ່ງກ່າວ ກະຊວງການເງິນ
ຈຶ່ງເຫັນດີອະນຸມັດໃຫ້ມີການຈໍາໜ່າຍພັນທະບັດລັດຖະບານຊຸດໃໝ່ ຜ່ານຕະຫລາດຫລັກຊັບລາວ ໂດຍເລີ່ມຈໍາໜ່າຍແຕ່ເດືອນກຸມພາ 2023 ເປັນຕົ້ນມາ ແລະ ຈະດໍາເນີນໄປຈົນກວ່າຈະສໍາເລັດ.
ເວລາ : March 17, 2023, 9:40 am
|
ພວກສ່ວນຄຸ້ມຄອງ |
ຜູ້ຖືຮຸ້ນ |
ບໍລິສັດຈົດທະບຽນ |
ສະຫງວນລິຂະສິດ © 2026 ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ. ຕັ້ງຢູ່: ຫ້ອງການເບີ A6 ຂອງຕຶກເບີ 1 ເຂດເສດຖະກິດພິເສດບຶງທາດຫຼວງ, ນະຄອນຫຼວງວຽງຈັນ, ສປປ ລາວ. |
