ເວລາ : November 30, 2022, 9:21 amໃນວັນທີ 25 ພະຈິກ 2022, ມີງານສຳມະນາ ໃນຫົວຂໍ້ “ການລະດົມທຶນ ແລະ ການລົງທຶນໃນຕະຫຼາດທຶນ ສປປ ລາວ” ທີ່ ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ, ງານສຳມະນາໃນຄັ້ງນີ້ ແມ່ນໄດ້ຈັດຂຶ້ນພາຍໃຕ້ການຮ່ວມມື ຂອງ
ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ ແລະ 4 ບໍລິສັດຫຼັກຊັບ ຄື: ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ, ບໍລິສັດຫຼັກຊັບ BCEL-KT ຈຳກັດ, ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ ແລະ ບໍລິສັດຫຼັກຊັບ APM-LAO ຈຳກັດ, ໂດຍການເປັນປະທານຂອງ
ທ່ານ ດາວວອນ ພະຈັນທະວົງ, ຮອງປະທານສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ.
ຈຸດປະສົງ ຂອງງານສຳມະນາໃນຄັ້ງນີ້ແມ່ນເພື່ອ ໂຄສະນາເຜີຍແຜ່ວຽກງານຕະຫຼາດທຶນຂອງ ສປປ ລາວ ໃຫ້ແກ່ມວນຊົນ ກໍ່ຄື ວິສາຫະກິດ ໃຫ້ເຂົ້າມາມີສ່ວນຮ່ວມໃນການລົງທຶນ ແລະ ລະດົມທຶນໃນຕະຫລາດທຶນ, ຊຶ່ງຫົວຂໍ້ທີ່ນຳມາສະເໜີປະກອບມີ:
1. ພາບລວມຕະຫຼາດທຶນຂອງ ສປປ ລາວ;
2. ການລະດົມທຶນ;
3. ການລົງທຶນໃນຫຼັກຊັບ (ຮູ້ນ ແລະ ພັນທະບັດ).
ບັນຍາກາດຂອງງານສຳມະນາໃນຄັ້ງນີ້ ແມ່ນໄດ້ດຳເນີນໄປຢ່າງມີຄວາມ ສຳເລັດ ເຫັນໄດ້ຈາກບັນດາຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນ ທັງໃນຫ້ອງປະຊຸມ ແລະ ຮັບຊົມ ຜ່ານທາງອອນລາຍ ໄດ້ ໃຫ້ຄວາມສົນໃຈເປັນພິເສດ ໂດຍ ມີການຕັ້ງຄຳຖາມໃນຫຼາຍປະເດັນ
ເພື່ອໃຫ້ ວິທະຍາກອນ ໄດ້ຊີ້ແຈງ ເຊັ່ນ: ຜົນປະໂຫຍດຂອງການລະດົມທຶນທີ່ແຕກຕ່າງຈາກການກູ້ຢືມເງິນຈາກທະນາຄານ; ສິ່ງອໍານວຍຄວາມສະດວກໃນການຊື້ ຂາຍຮຸ້ນ ແລະ ພັນທະບັດ; ລະບຽບຫຼັກການ ແລະ ຂໍ້ກຳນົດຂອງຕະຫຼາດຫຼັກຊັບລາວ
ທີ່ຍັງ ບໍ່ເອື້ອອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດ ທີ່ຈະຕ້ອງກະກຽມເພື່ອຈະຈົດທະບຽນ ແລະ ບັນຫາອື່ນໆອີກນຳ.
|
ພວກສ່ວນຄຸ້ມຄອງ |
ຜູ້ຖືຮຸ້ນ |
ບໍລິສັດຈົດທະບຽນ |
ສະຫງວນລິຂະສິດ © 2026 ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ. ຕັ້ງຢູ່: ຫ້ອງການເບີ A6 ຂອງຕຶກເບີ 1 ເຂດເສດຖະກິດພິເສດບຶງທາດຫຼວງ, ນະຄອນຫຼວງວຽງຈັນ, ສປປ ລາວ. |
