ເວລາ : May 30, 2022, 3:43 pmໃນໄລຍະວັນທີ 23-27 ພຶດສະພາ 2022 ທ່ານ ປອ. ສຸດທິເດດ ບຸນລືໄຊ ຮອງຜູ້ອຳນວຍການ ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ ໄດ້ເດີນທາງໄປເຄື່ອນໄຫວວຽກງານຢູ່ 3 ແຂວງ ຄື:
ສະຫວັນນະເຂດ, ສາລະວັນ ແລະ ຈຳປາສັກ ຮ່ວມກັບຄະນະຈາກ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບລາວ (ຕລຊລ),
ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ ແລະ ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ, ຊຶ່ງໄດ້ມີການພົບປະກັບບັນດາບໍລິສັດເປົ້າໝາຍຈົດທະບຽນໃນ ຕລຊລ ເຊັ່ນ:
ບໍລິສັດ VLP ພັດທະນາກໍ່ສ້າງ ຈຳກັດຜູ້ດຽວ, ໂຮງງານຜະລິດນໍ້າດື່ມ ແລະ ນໍ້າກ້ອນໂລມາຄຳ, ກຸ່ມບໍລິສັດ ຊາສີ ຈຳກັດ (ຜູ້ຜະລິດ ແລະ ຈຳໜ່າຍເບຍສະຫວັນ) ແລະ ບໍລິສັດ ກາເຟດາວ ຈຳກັດ.
ພ້ອມນັ້ນ, ການໄປເຄື່ອນໄຫວວຽກງານໃນຄັ້ງນີ້ ຍັງໄດ້ມີການຈັດກອງປະຊຸມສຳມະນາເຜີຍແຜ່ວຽກງານຕະຫຼາດທຶນໃຫ້ແກ່ພະນັກງານຈາກບັນດາພະແນກການອ້ອມຂ້າງແຂວງ, ບັນດາວິສາຫະກິດ, ທະນາຄານທຸລະກິດ, ສະຖາບັນການເງິນ,
ສະຖາບັນການສຶກສາ ແລະ ມວນຊົນທົ່ວໄປ ຢູ່ ສາລະວັນ ແລະ ຈຳປາສັກ.
|
ພວກສ່ວນຄຸ້ມຄອງ |
ຜູ້ຖືຮຸ້ນ |
ບໍລິສັດຈົດທະບຽນ |
ສະຫງວນລິຂະສິດ © 2026 ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ. ຕັ້ງຢູ່: ຫ້ອງການເບີ A6 ຂອງຕຶກເບີ 1 ເຂດເສດຖະກິດພິເສດບຶງທາດຫຼວງ, ນະຄອນຫຼວງວຽງຈັນ, ສປປ ລາວ. |
