LSC Company LOGO
ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ
  • ລ
  • En
  • 中
ສົ່ງຄຳຄິດເຫັນ
  • ໜ້າຫຼັກ
  • ຂ່າວສານ
    • ແຈ້ງການ
    • ຂ່າວສານບໍລິສັດ
    • ຂ່າວສານພາຍໃນ
  • ບໍລິການ
            • ນາຍໜ້າຊື້-ຂາຍ ຫຼັກຊັບ
            • ທີ່ປຶກສາດ້ານການເງິນ
            • ຜູ້ຄໍ້າປະກັນການອອກຈໍາໜ່າຍຫຼັກຊັບ
            • ຜົນສຳເລັດໂຄງການທີ່ຜ່ານມາ
          • ຜະລິດຕະພັນ
            • ຮຸ້ນສາມັນ
            • ພັນທະບັດ
          • ດາວໂຫຼດ
            • ໂປແກຣມ ດາວໂຫລດ
            • ໂປຼແກຣມເສີມສຳລັບ Windows Home Edition
            • ໂປຼແກຣມຈຳລອງການຊື້ ຂາຍຮຸ້ນ
            • ເອກະສານ ດາວໂຫລດ
            • ລາຍງານການຊື້-ຂາຍຮຸ້ນປະຈຳວັນ
            • ແບບຟອມເປີດບັນຊີຮຸ້ນ
            • ແບບຟອມເປີດບັນຊີພັນທະບັດ
          • ກ່ຽວກັບ
            • ປະຫວັດຫຍໍ້ຂອງບໍລິສັດຫລັກຊັບ ລາວ-ຈີນ ຈຳກັດ
            • ປະຫວັດຫຍໍ້ໍຂອງຜູ້ຖືຮຸ້ນ
            • ວັດທະນະທຳບໍລິສັດ
            • ແຜນຍຸດທະສາດໃນການດໍາເນີນທຸລະກິດ
            • ໂຄງຮ່າງການຈັດຕັ້ງ
          • ຕິດຕໍ່ພວກເຮົາ
            • ພະແນກນາຍໜ້າຊື-ຂາຍຫຼັກຊັບ
            • ພະແນກທີ່ປຶກສາທາງການເງິນ

          ການໄປທັດສະນະສຶກສາຢູ່ ເຂດພັດທະນາເສດຖະກິດສະເພາະ ບໍ່ເຕ່ນແດນງາມ

          ເວລາ : January 1, 1970, 7:00 am

          ໃນລະຫວ່າງວັນທີ 09-11 ມີນາ 2022 ທີ່ຜ່ານມາ, ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ (ບລຈ) ຮ່ວມກັບຄະນະຂອງ ທະນາຄານແຫ່ງ ສປປ ລາວ (ທຫລ) ພາຍໃຕ້ການນຳພາຂອງ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການ ທຫລ, ໄດ້ໄປເຄື່ອນໄຫວວຽກງານຫຼັກຊັບ ແລະ ທັດສະນະສຶກສາຢ້ຽມຊົມ ເຂດພັດທະນາເສດຖະກິດສະເພາະ ບໍ່ເຕ່ນແດນງາມ ແຂວງ ຫຼວງນ້ຳທາ. ພ້ອມກັນນັ້ນໃນຄະນະຍັງປະກອບມີ ທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ ຫົວໜ້າກົມນະໂຍບາຍເງິນຕາ, ທ່ານ ນາງ ຟອງຈິນດາ ແສງສຸລິວັນ ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ແລະ ພະນັກງານທີ່ກ່ຽວຂ້ອງຈຳນວນໜຶ່ງ.

          ໃນຕອນບ່າຍ ຂອງວັນທີ 10 ມີນາ 2022 ໄດ້ມີການຈັດກອງປະຊຸມປຶກສາຫາລືແລກປ່ຽນຄຳເຫັນ ກັບ ທ່ານ ແສງພາວັນ ແກ້ວມະນີວົງ ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ຫຼວງນ້ຳທາ ແລະ ທ່ານ HE BoWen ຫົວໜ້າພະແນກດຶງດູດການລົງທຶນ ຂອງ ກຸ່ມບໍລິສັດ ພັດທະນາເຂດເສດຖະກິດສະເພາະ ບໍ່ເຕ່ນລາວ ຈຳກັດ. ໃນກອງປະຊຸມໄດ້ມີການລາຍງານໂດຍຫຍໍ້ກ່ຽວກັບ ເຂດພັດທະນາເສດຖະກິດສະເພາະ ບໍ່ເຕ່ນແດນງາມ ເລີ່ມຕັ້ງແຕ່ສ້າງຕັ້ງຈົນມາເຖິງປະຈຸບັນ ແລະ ແຜນການໃນອານາຄົດ ລວມທັງມີການແລກປ່ຽນຄຳເຫັນຂອງທັງ 2 ຝ່າຍຢ່າງກົງໄປກົງມາ.

           ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການ ທຫລ ໄດ້ກ່າວວ່າ: ທຫລ ສະໜັບສະໜູນການສະເໜີຂອງ ເຂດພັດທະນາເສດຖະກິດສະເພາະ ບໍ່ເຕ່ນແດນງາມ ກ່ຽວກັບການສ້າງຕັ້ງໜ່ວຍງານຄຸ້ມຄອງກວດກາການເງິນ ທີ່ຂຶ້ນກັບ ທຫລ ໂດຍກົງຢູ່ບໍ່ເຕ່ນ, ທຫລ ຈະສົ່ງຄະນະປະຕິບັດງານສະເພາະໄປປະຈຳຢູ່ບໍ່ເຕ່ນໃນໄຕມາດ 2 ເພື່ອດຳເນີນການສຶກສາຄົ້ນຄວ້າ ແລະ ເກັບກຳຂໍ້ມູນ, ຄາດວ່າຫຼັງຈາກ “ກົດໝາຍຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ)” ໄດ້ຮັບການອານຸມັດຈາກ ສະພາແຫ່ງຊາດ ໃນປີນີ້ແລ້ວ, ໃນປີ 2023 ໜ່ວຍງານຄຸ້ມຄອງກວດກາການເງິນ ກໍສາມາດຈັດຕັ້ງປະຕິບັດຢູ່ເຂດດັ່ງກ່າວໄດ້. ພ້ອມກັນນັ້ນ, ທຫລ ກໍສະໜັບສະໜູນ ແລະ ຊຸກຍູ້ໃຫ້ ທະນາຄານທຸລະກິດ, ບໍລິສັດຫຼັກຊັບ ແລະ ສະຖາບັນການເງິນ ມາສ້າງຕັ້ງສາຂາ ແລະ ໜ່ວຍບໍລິການຢູ່ບໍ່ເຕ່ນ. ໃນປີນີ້ ຈະມີການຈັດກອງປະຊຸມສົ່ງເສີມພິເສດສຳລັບ ເຂດພັດທະນາເສດຖະກິດສະເພາະ ບໍ່ເຕ່ນແດນງາມ ຢູ່ໃນນະຄອນຫຼວງວຽງຈັນ, ໂດຍຈະເຊີນ ທະນາຄານທຸລະກິດ, ບໍລິສັດຫຼັກຊັບ ແລະ ສະຖາບັນການເງິນ ເຂົ້າຮ່ວມ, ເພື່ອໃຫ້ບັນດາສະຖາບັນເຫຼົ່ານັ້ນ ມີຄວາມເຂົ້າໃຈຕໍ່ນະໂຍບາຍພິເສດດ້ານພາສີ ຢູ່ເຂດດັ່ງກ່າວ ແລະ ໂອກາດໃນການພັດທະນາຮ່ວມມືທາງດ້ານເສດຖະກິດຂ້າມແດນລະຫວ່າງ ບໍ່ຫານ-ບໍ່ເຕ່ນ ພາຍຫຼັງການເປີດເສັ້ນທາງລົດໄຟ ຈີນ-ລາວ, ຊຸກຍູ້ໃຫ້ ສະຖາບັນການເງິນຕ່າງໆ ມາລົງທຶນ ແລະ ເລີ່ມດຳເນີນທຸລະກິດ ຢູ່ເຂດດັ່ງດ່າວ ເພື່ອສົ່ງເສີມການບໍລິການທາງການເງິນຄົບວົງຈອນໃນການກໍ່ສ້າງແລວທາງເສດຖະກິດຈີນ-ລາວ.

          ພ້ອມກັນນັ້ນ, ທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ ຫົວໜ້າກົມນະໂຍບາຍເງິນຕາ ໄດ້ກ່າວວ່າ: ທະນາຄານກາງ ສປ ຈີນ ແລະ ທະນາຄານກາງແຫ່ງ ສປປ ລາວ ມີເປົ້າໝາຍຢາກລົງນາມໃນຂໍ້ຕົກລົງການຮ່ວມມືທີ່ກ່ຽວຂ້ອງໃນປີນີ້, ເພື່ອສະໜອງການແລກປ່ຽນເງິນຕາ ແລະ ອຳນວຍຄວາມສະດວກໃນການຊຳລະສະສາງລະຫວ່າງປະເທດ. ທ່ານ ນາງ ຟອງຈິນດາ ແສງສຸລິວັນ ຫົວໜ້າ ສຄຄຊ ກ່າວວ່າ: ສຄຄຊ ໄດ້ມີການສົ່ງເສີມວິສາຫະກິດທີ່ມີຄຸນນະພາບໃນເຂດພິເສດ ອອກຈຳໜ່າຍຮຸ້ນ ແລະ ຮຸ້ນກູ້ ໃນຕະຫຼາດທຶນລາວ, ບໍລິສັດທີ່ໄດ້ຮັບການຈົດທະບຽນ ຈະສາມາດໄດ້ຮັບນະໂຍບາຍພິເສດດ້ານພາສີ 2 ທາງ ທັງຂອງເຂດພິເສດ ແລະ ຂອງບໍລິສັດຈົດທະບຽນ, ລວມທັງນະໂຍບາຍສົ່ງເສີມການດຳເນີນງານທີ່ພົ້ນເດັ່ນ. ທ່ານ ລີລິນ ຜູ້ອຳນວຍການ ບລຈ ກ່າວວ່າ: ບລຈ ຕັ້ງເປົ້າໄວ້ ພາຍຫຼັງເສັ້ນທາງລົດໄຟ ລາວ-ຈີນ ເປີດ ແລະ ເສັ້ນທາງດ່ວນ ບໍ່ເຕ່ນ-ນະຄອນຫຼວງວຽງຈັນ ໄດ້ເປີດນຳໃຊ້ໃນທ້າຍປີນີ້ ຖືເປັນໂອກາດທີ່ເໝາະສົມໃນການສ້າງຕັ້ງສາຂາຢູ່ບໍ່ເຕ່ນ ແລະ ອອກຈຳໜ່າຍຜະລິດຕະພັນກອງທຶນສະກຸນເງິນຢວນ, ເພື່ອສະດວກໃນການເຊື່ອມໂຍງການເງິນລະຫວ່າງ ລາວ ແລະ ຈີນ.

          ນອກຈາກນັ້ນທາງຄະນະກໍໄດ້ຢ້ຽມຊົມ ແຜນຜັງເມືອງ ແລະ ການຈຳລອງເມືອງຂອງ ເຂດພັດທະນາເສດຖະກິດສະເພາະ ບໍ່ເຕ່ນແດນງາມ, ສູນກາງຂອງທຸລະກິດທາງການເງິນລະຫວ່າງປະເທດຂອງ ເຂດພິເສດບໍ່ເຕ່ນ, ສູນວາງສະແດງສິນຄ້າ, ພົມແດນລະຫວ່າງປະເທດຂອງບໍ່ເຕ່ນ, ບໍລິສັດ LIDC, ໂຮງງາມຜະລິດຢາ, ຊົມໂຕເມືອງ ແລະ ຕຶກອາຄານທີ່ກຳລັງກໍ່ສ້າງ ໃນເຂດພັດທະນາເສດຖະກິດສະເພາະ ບໍ່ເຕ່ນແດນງາມ ລວມທັງ ຢ້ຽມຊົມອາຄານສຳລັບ ສ້າງໜ່ວຍບໍລິການຂອງ ທສກ ແລະ ສາຂາຂອງ ບລຈ ອີກດ້ວຍ.

          ເວລາ : January 1, 1970, 7:00 am

          ພວກສ່ວນຄຸ້ມຄອງ

          ຜູ້ຖືຮຸ້ນ

          ບໍລິສັດຈົດທະບຽນ             

          bol apb apb
          apb ps ps
          bcel edlgen ptl svn pcd lcc mht lat vcl lalco         

          • ສະໝັກວຽກກັບພວກເຮົາ
          • call ຕິດຕໍ່ພວກເຮົາ
          ສະຫງວນລິຂະສິດ © 2026 ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ. ຕັ້ງຢູ່:​ ຫ້ອງການເບີ A6 ຂອງຕຶກເບີ 1 ເຂດເສດຖະກິດພິເສດບຶງທາດຫຼວງ, ນະຄອນຫຼວງວຽງຈັນ, ສປປ ລາວ.
          Facebook
          [ ຈຳນວນຜູ້ເຂົ້າຊົມ: 72,106 ]