LSC Company LOGO
ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ
  • ລ
  • En
  • 中
ສົ່ງຄຳຄິດເຫັນ
  • ໜ້າຫຼັກ
  • ຂ່າວສານ
    • ແຈ້ງການ
    • ຂ່າວສານບໍລິສັດ
    • ຂ່າວສານພາຍໃນ
  • ບໍລິການ
            • ນາຍໜ້າຊື້-ຂາຍ ຫຼັກຊັບ
            • ທີ່ປຶກສາດ້ານການເງິນ
            • ຜູ້ຄໍ້າປະກັນການອອກຈໍາໜ່າຍຫຼັກຊັບ
            • ຜົນສຳເລັດໂຄງການທີ່ຜ່ານມາ
          • ຜະລິດຕະພັນ
            • ຮຸ້ນສາມັນ
            • ພັນທະບັດ
          • ດາວໂຫຼດ
            • ໂປແກຣມ ດາວໂຫລດ
            • ໂປຼແກຣມເສີມສຳລັບ Windows Home Edition
            • ໂປຼແກຣມຈຳລອງການຊື້ ຂາຍຮຸ້ນ
            • ເອກະສານ ດາວໂຫລດ
            • ລາຍງານການຊື້-ຂາຍຮຸ້ນປະຈຳວັນ
            • ແບບຟອມເປີດບັນຊີຮຸ້ນ
            • ແບບຟອມເປີດບັນຊີພັນທະບັດ
            • ໜັງສືເຊີນເຂົ້າຮ່ວມກອງປະຊຸມຜູ້ຖືຮຸ້ນ ບລຈ ສະໄໝສາມັນ 2025
          • ກ່ຽວກັບ
            • ປະຫວັດຫຍໍ້ຂອງບໍລິສັດຫລັກຊັບ ລາວ-ຈີນ ຈຳກັດ
            • ປະຫວັດຫຍໍ້ໍຂອງຜູ້ຖືຮຸ້ນ
            • ວັດທະນະທຳບໍລິສັດ
            • ແຜນຍຸດທະສາດໃນການດໍາເນີນທຸລະກິດ
            • ໂຄງຮ່າງການຈັດຕັ້ງ
          • ຕິດຕໍ່ພວກເຮົາ
            • ພະແນກນາຍໜ້າຊື-ຂາຍຫຼັກຊັບ
            • ພະແນກທີ່ປຶກສາທາງການເງິນ

          ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ຮ່ວມກັບ ບໍລິສັດຫຼັກຊັບປາຊີຟິກ ຫຸ້ນສ່ວນ ຈໍາກັດ ຈາກ ສປ.ຈີນ ໄດ້ຈັດການເຝິກອົບຮົມກົນໄກຈັດຕັ້ງປະຕິບັດການຊື້-ຂາຍຫຼັກຊັບ ຂຶ້ນທີ່ນະຄອນຫຼວງວຽງຈັນ

          ເວລາ : July 4, 2018, 3:39 pm

                ໃນຕອນເຊົ້າວັນທີ 27 ມິຖຸນາ 2018 ນີ້, ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ຮ່ວມກັບ ບໍລິສັດຫຼັກຊັບປາຊີຟິກ ຫຸ້ນສ່ວນ ຈໍາກັດ ຈາກ ສປ.ຈີນ ໄດ້ຈັດການເຝິກອົບຮົມກົນໄກຈັດຕັ້ງປະຕິບັດການຊື້-ຂາຍຫຼັກຊັບ ຂຶ້ນທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສຽວສະຫວາດ ທີລະກຸນ ຮອງຫົວໜ້າສໍານັກງານ ຄະນະກໍາມະການຄຸ້ມຄອງຫຼັກຊັບ, ທ່ານນາງ Kang Jing ຜູ້ອໍານວຍການ ບໍລິສັດຫຼັກຊັບປາຊີຟິກ ຫຸ້ນສ່ວນ ຈໍາກັດ ສປ.ຈີນ ພ້ອມດ້ວຍຄະນະອໍານວຍການ, ຄະນະພະແນກ, ຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

                ຈຸດປະສົງຂອງການສໍາມະນາ ຄັ້ງນີ້ ເພື່ອເສີມສ້າງຂີດຄວາມສາມາດໃຫ້ແກ່ຜູ້ທີ່ມີສ່ວນຮ່ວມໃນຕະຫຼາດທຶນຂອງ ສປປ. ລາວ ໂດຍສະເພາະ ບໍລິສັດຫຼັກຊັບ ໂດຍຜ່ານການແລກປ່ຽນຖອດຖອນບົດຮຽນ ແລະປະສົບການຈາກ ສປ.ຈີນ ເປັນຕົ້ນແມ່ນບົດບາດໃນການຊອກຫາ ແລະ ດຶງດູດບລິສັດຕ່າງໆໃຫ້ເຂົ້າມາຈົດທະບຽນໃນຕະຫຼາດຫຼັກຊັບ ລວມທັງລົງເລິກເຖິງຜະລິດຕະພັນ ແລະ ການບໍລິການຂອງ ບໍລິສັດຫຼັກຊັບ ປາຊີຟິກ ຫຸ້ນສ່ວນ ຈໍາກັດ.

                 ໃນໂອກາດນີ້, ທ່ານ ສຽວສະຫວາດ ທີລະກຸນ ກ່າວວ່າ: ເພື່ອເປັນການຖອດຖອນບົດຮຽນ ແລະປະສົບການທາງດ້ານວຽກງານຫຼັກຊັບ ໂດຍສະເພາະແມ່ນບົດບາດ ແລະ ການມີສ່ວນຮ່ວມຂອງບໍລິສັດຫຼັກຊັບເຂົ້າໃນການພັດທະນາຕະຫຼາດທຶນໂດຍຈະລົງເລິກເຖິງການວາງຍຸດທະສາດ ແລະຊອກຫາຊ່ອງທາງຂອງບໍລິສັດຫຼັກຊັບໃນການດຶງດູດບໍລິສັດເຂົ້າມາຈົດທະບຽນໃນຕະຫຼາດຫຼັກຊັບ ແລະ ບົດຮຽນກ່ຽວກັບການວາງຍຸດທະສາດ ແລະ ແນວທາງໃນການສ້າງຄວາມເຂັ້ມແຂງໃຫ້ແກ່ບໍລິສັດຫຼັກຊັບເຊັ່ນ: ກົນໄກການຈັດຕັ້ງປະຕິບັດການຊື້-ຂາຍຫຼັກຊັບໂດຍບໍ່ວາງເງິນມັດຈໍາລ່ວງໜ້າ, ການກູ້ຢືມເພື່ອລົງທຶນໃນຫຼັກຊັບ ແລະ ການສ້າງສະພາບຄ່ອງໃຫ້ແກ່ຕະຫຼາດຫຼັກຊັບ ລວມທັງ ການຊອກຮູ້ຂໍ້ມູນລູກຄ້າ ແລະ ຂະຫຍາຍຖານຜູ້ລົງທຶນ ແລະ ການກວດສອບທາງດ້ານການເງິນ, ການວິເຄາະ, ການຕິດຕາມ ແລະຄວບຄຸມຄວາມສ່ຽງໃນການເຮັດ Due Diligence ການອອກຫຼັກຊັບຄັ້ງທໍາອິດ.

          ເວລາ : July 4, 2018, 3:39 pm

          ພວກສ່ວນຄຸ້ມຄອງ

          ຜູ້ຖືຮຸ້ນ

          ບໍລິສັດຈົດທະບຽນ             

          bol apb apb
          apb ps ps
          bcel edlgen ptl svn pcd lcc mht lat vcl lalco         

          • ສະໝັກວຽກກັບພວກເຮົາ
          • call ຕິດຕໍ່ພວກເຮົາ
          ສະຫງວນລິຂະສິດ © 2026 ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ. ຕັ້ງຢູ່:​ ຫ້ອງການເບີ A6 ຂອງຕຶກເບີ 1 ເຂດເສດຖະກິດພິເສດບຶງທາດຫຼວງ, ນະຄອນຫຼວງວຽງຈັນ, ສປປ ລາວ.
          Facebook
          [ ຈຳນວນຜູ້ເຂົ້າຊົມ: 75,080 ]