LSC Company LOGO
ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ
  • ລ
  • En
  • 中
ສົ່ງຄຳຄິດເຫັນ
  • ໜ້າຫຼັກ
  • ຂ່າວສານ
    • ແຈ້ງການ
    • ຂ່າວສານບໍລິສັດ
    • ຂ່າວສານພາຍໃນ
  • ບໍລິການ
            • ນາຍໜ້າຊື້-ຂາຍ ຫຼັກຊັບ
            • ທີ່ປຶກສາດ້ານການເງິນ
            • ຜູ້ຄໍ້າປະກັນການອອກຈໍາໜ່າຍຫຼັກຊັບ
            • ຜົນສຳເລັດໂຄງການທີ່ຜ່ານມາ
          • ຜະລິດຕະພັນ
            • ຮຸ້ນສາມັນ
            • ພັນທະບັດ
          • ດາວໂຫຼດ
            • ໂປແກຣມ ດາວໂຫລດ
            • ໂປຼແກຣມເສີມສຳລັບ Windows Home Edition
            • ໂປຼແກຣມຈຳລອງການຊື້ ຂາຍຮຸ້ນ
            • ເອກະສານ ດາວໂຫລດ
            • ລາຍງານການຊື້-ຂາຍຮຸ້ນປະຈຳວັນ
            • ແບບຟອມເປີດບັນຊີຮຸ້ນ
            • ແບບຟອມເປີດບັນຊີພັນທະບັດ
            • ໜັງສືເຊີນເຂົ້າຮ່ວມກອງປະຊຸມຜູ້ຖືຮຸ້ນ ບລຈ ສະໄໝສາມັນ 2025
          • ກ່ຽວກັບ
            • ປະຫວັດຫຍໍ້ຂອງບໍລິສັດຫລັກຊັບ ລາວ-ຈີນ ຈຳກັດ
            • ປະຫວັດຫຍໍ້ໍຂອງຜູ້ຖືຮຸ້ນ
            • ວັດທະນະທຳບໍລິສັດ
            • ແຜນຍຸດທະສາດໃນການດໍາເນີນທຸລະກິດ
            • ໂຄງຮ່າງການຈັດຕັ້ງ
          • ຕິດຕໍ່ພວກເຮົາ
            • ພະແນກນາຍໜ້າຊື-ຂາຍຫຼັກຊັບ
            • ພະແນກທີ່ປຶກສາທາງການເງິນ

          ບໍລິສັດຊີມັງລາວ ມະຫາຊົນ ເປີດການຊື້ຂາຍຮຸ້ນຄັ້ງທຳອິດ

          ເວລາ : March 7, 2018, 10:49 am

          ພິທີເປີດການຊື້-ຂາຍຮຸ້ນຄັ້ງທຳອິດຂອງບໍລິສັດຊີມັງລາວ ມະຫາຊົນໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນໃນຕອນເຊົ້າວັນທີ 2 ມີນານີ້ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄໍາແກ້ວ ວິສີສົມບັດ ປະທານບໍລິຫານ ບໍລິສັດຫຼັກຊັບລາວ-ຈີນ ຈໍາກັດ, ທ່ານ ຈ່າງລີ ຜູ້ອຳນວຍການບໍລິສັດ ຊີມັງລາວ ມະຫາຊົນ ພ້ອມດ້ວຍພາກສ່ວນທີ່ກ່ຽວກ່ຽວຂ້ອງ 100 ກວ່າຄົນ.

          ໂອກາດນີ້, ທ່ານ ວັນຄໍາ ວໍລະວົງ ຜູ້ອໍານວຍການໃຫຍ່ຕະຫຼາດຫຼັກກຊັບລາວ ແລະ ທ່ານ ຈ່າງລີ ຜູ້ອຳນວຍການບໍລິສັດ ຊີມັງລາວ ມະຫາຊົນ ໄດ້ຕາງໜ້າສອງຝ່າຍລົງນາມໃນສັນຍາຈົດທະບຽນຮຸ້ນ ຂອງບໍລິສັດຊີມັງລາວ ມະຫາຊົນ. 

          ໂອກາດນີ້, ທ່ານ ວັນຄໍາ ວໍລະວົງ ໄດ້ສະແດງຄວາມຊົມເຊີຍ ບໍລິສັດ ຊີມັງລາວ ມະຫາຊົນທີ່ໄດ້ສຳເລັດການຈຳໜ່າຍຮຸ້ນຄັ້ງທຳອິດ ພ້ອມທັງສະແດງຄວາມຍິນດີຕ້ອນຮັບບໍລິສັດດັ່ງກ່າວເຂົ້າມາຈົດທະບຽນເປັນບໍລິສັດທີ 7 ຂອງຕະຫຼາດຫຼັກຊັບລາວ. ທ່ານກ່າວວ່າ, ການເຂົ້າມາຈົດທະບຽນເຂົ້າຕະຫຼາດຫຼັກຊັບຂອງບໍລິສັດຊີມັງລາວ ມະຫາຊົນ ຖືເປັນນິມິດໝາຍທີ່ສຳຄັນ ເຊິ່ງເປັນອີກສ່ວນໜຶ່ງໃນການພັດທະນາເສດຖະກິດຂອງປະເທດ, ສ້າງວຽກເຮັດງານທຳ ແລະ ສ້າງໂອກາດໃນການຍົກລະດັບຜະລິດຕະພັນສິນຄ້າຂອງລາວໃຫ້ເຕີບໃຫຍ່ສູ່ສາກົນ, ນອກຈາກນີ້, ຮຸ້ນບໍລິສັດທີ 7 ນີ້ຍັງເປັນການສ້າງທາງເລືອກ ແລະ ເງື່ອນໄຂຫຼາຍດ້ານໃຫ້ແກ່ນັກລົງທຶນທັງພາຍໃນແລະຕ່າງປະເທດທີ່ຈະມາລົງທຶນໃນຕະຫຼາດຫຼັກຊັບ. 

          ໃນວັນທີ 9 ກຸມພາຜ່ານມາ, ບໍລິສັດຊີມັງລາວ ມະຫາຊົນ ໄດ້ສຳເລັດການເປີດ IPO ໂດຍສະເໜີການຈຳໜ່າຍຮຸ້ນທັງໝົດ 12,001,200 ຮຸ້ນ ລວມມູນຄ່າ 28 ຕື້ກວ່າກີບ ຫຼື 3 ລ້ານກວ່າໂດລາສະຫະລັດ.

          ບໍລິສັດ ຊີມັງລາວມະຫາຊົນ ເປັນໜຶ່ງໃນບໍລິສັດທີ່ມີຊື່ສຽງໃນ ສປປ ລາວ ທີ່ດຳເນີນທຸລະກິດຜະລິດຊີມັງເພື່ອຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ. ຈາກການເປີດການຊື້ຂາຍຮຸ້ນຄັ້ງທຳອິດ, ບໍລິສັດຊີມັງລາວມະຫາຊົນໄດ້ກາຍເປັນບໍລິສັດທີ 7 ແລະເປັນບໍລິສັດຊີມັງແຫ່ງທຳອິດທີ່ຈົດທະບຽນເຂົ້າໃນຕະຫຼາດຫຼັກຊັບລາວ.

          ເວລາ : March 7, 2018, 10:49 am

          ພວກສ່ວນຄຸ້ມຄອງ

          ຜູ້ຖືຮຸ້ນ

          ບໍລິສັດຈົດທະບຽນ             

          bol apb apb
          apb ps ps
          bcel edlgen ptl svn pcd lcc mht lat vcl lalco         

          • ສະໝັກວຽກກັບພວກເຮົາ
          • call ຕິດຕໍ່ພວກເຮົາ
          ສະຫງວນລິຂະສິດ © 2026 ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ. ຕັ້ງຢູ່:​ ຫ້ອງການເບີ A6 ຂອງຕຶກເບີ 1 ເຂດເສດຖະກິດພິເສດບຶງທາດຫຼວງ, ນະຄອນຫຼວງວຽງຈັນ, ສປປ ລາວ.
          Facebook
          [ ຈຳນວນຜູ້ເຂົ້າຊົມ: 75,080 ]