ບໍລິສັດ ຫຼັກຊັບ ລາວຈີນ ຈຳກັດ |
|
|
||||||||||
|
|
||||||||||
ເພື່ອການໃຫ້ຂໍ້ມູນການອອກຈໍາໜ່າຍຮຸ້ນໃນຄັ້ງນີ້ສາມາດເຂົ້າເຖິງມວນຊົນໄດ້ທົ່ວເຖິງພ້ອມການຮັບຮູ້
ແລະ ເຂົ້າໃຈ ເຖິງການອອກຈໍາໜ່າຍຮຸ້ນຂອງ ທຄຕລ, ດັ່ງນັ້ນ ທຄຕລ ຮ່ວມກັບ ບໍລິສັດ ຫຼັກຊັບ ລາວ
-ຈີນ ຈຳກັດ ໄດ້ຈັດງານໂຄສະນາເຜີຍແຜ່ຂໍ້ມູນ (Road show) ເປັນຈໍານວນ 5 ຄັ້ງ 4 ແຫ່ງດ້ວຍກັນ
ໄດ້ແກ່: ນະຄອນຫຼວງວຽງຈັນ, ສະຫວັນນະເຂດ ແລະ ປາກເຊ ພ້ອມທັງຈັດທີ່ຕ່າງປະເທດ ໄດ້ແກ່: ສປ
ຈີນ ແຂວງ ຊຽງໄຮ້, ເຊິ່ງການເຮັດໂຄສະນາເຜີຍແຜ່ຂໍ້ມູນ (Road show) ໃນຄັ້ງນີ້ສີ້ນສຸດລົງ
ພາຍໃນວັນທີ 3 ສິງຫາ 2017 ການເຮັດໂຄສະນາເຜີຍແຜ່ຂໍ້ມູນ (Road show) ໃນຄັ້ງນີ້ປະສົບຜົນສຳເລັດພ້ອມທັງໄດ້ຮັບການຕອບຮັບເປັນຢ່າງດີ.
..
(ການເຮັດໂຄສະນາເຜີຍແຜ່ຂໍ້ມູນຢູ່ນະຄອນຫຼວງວຽງຈັນປະເທດລາວ)
..
(ການເຮັດໂຄສະນາເຜີຍແຜ່ຂໍ້ມູນຢູ່ຊຽງໄຮປະເທດຈີນ)
..
(ການເຮັດໂຄສະນາເຜີຍແຜ່ຂໍ້ມູນຢູ່ສະຫວັນນະເຂດແລະປາກເຊປະເທດລາວ)
..
..
ທ່ານ ຫລິວກວ່າງຊີ, ຫົວໜ້າຫ້ອງການ, ຢ້ຽມຢາມ ບໍລິສັດ ຫຼັກຊັບ ລາວ-ຈີນ ຈຳກັດ
ວັນທີ 23 ມັງກອນ 2014, ທ່ານ ຫລິວ ກວ່າງຊີ ຮອງຫົວໜ້າຄະນະຜູ້ນຳເຂດທົດລອງການເງິນຂອງລັດຖະບານແຂວງຢຸນນານ; ຫົວໜ້າຫ້ອງການການເງິນລັດຖະບານແຂວງຢຸນນານ
ພ້ອມດ້ວຍບຸກຄະລາກອນທີ່ກ່ຽວ ຂ້ອງຂອງພະແນກການເງິນແຂວງຢູນນານ ແລະ ພາກສ່ວນຄຸ້ມຄອງເງິນຕາຕ່າງປະເທດ ໄດ້ມາຢ້ຽມຢາມ ບໍລິສັດ ຫຼັກຊັບ ລາວ-ຈີນ ຈຳກັດ ເພື່ອຖອດຖອນ
ບົດຮຽນ ແລະ ແລກປ່ຽນປະສົບການວຽກງານຕ່າງໆ.
ທ່ານ ຫລິວກວ່າງຊີ ຮອງຫົວໜ້າຄະນະຜູ້ນຳເຂດທົດລອງການເງິນຂອງລັດຖະບານແຂວງຢຸນນານ; ຫົວໜ້າຫ້ອງການການເງິນລັດຖະບານແຂວງຢຸນນານ ໄດ້ຕີລາຄາສູງໃນການອອກມາສ້າງ
ຕັ້ງ ບໍລິສັດຫຼັກຊັບຢູ່ຕ່າງປະເທດຂອງບໍລິສັດ ຫຼັກຊັບປາຊີຟິກຮຸ້ນສ່ວນ ຈຳກັດ. ພ້ອມດຽວນັ້ນ, ທ່ານກໍ່ຍັງໄດ້ເຫັນດີໃຫ້ ບໍລິສັດ ຫຼັກຊັບປາຊີຟິກຮຸ້ນສ່ວນ ຈຳກັດ ສະໜັບສະໜູນຈັດຕັ້ງໃຫ້ກໍ່ຕັ້ງ
ກອງທຶນການລົງທຶນຕ່າງປະເທດ, ສ້າງຕັ້ງສຳນັກງານຕາງໜ້າການນັກລົງທຶນອາຊຽນ ແລະ ເຫັນດີໃຫ້ ບໍລິສັດ ຫຼັກຊັບ ລາວ-ຈີນ ຈຳກັດ ດຶງດູດເອົານັກລົງທຶນໃນ ສປ ຈີນ ເຂົ້າມາລົງທຶນທີ່ຈຸດທົດ
ລອງລົງທຶນທາງການເງິນຢູ່ຕ່າງປະເທດ, ໃນນາມຫ້ອງການການເງິນລັດຖະບານແຂວງຢຸນນານແມ່ນ “ເຫັນດີ ແລະ ສະໜັບສະໜູນຢ່າງເຕັມທີ່”
ພິທີເປີດຢ່າງເປັນທາງການຂອງ ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ
ພິທີເປີດບໍລິການຢ່າງເປັນທາງການຂອງບໍລິສັດ ຫຼັກຊັບ-ລາວຈີນ ຈຳກັດ, ຕອນເຊົ້າຂອງວັນທີ 16 ພະຈິກ 2013, ພິທີຕັດແຖບຜ້າຂອງບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ ຈັດຂຶ້ນໃນເວລາ
10:30ທີ່ຊັ້ນ 6 ຂອງອາຄານຕະຫຼາດຫຼັກຊັບລາວ (ຕລຊລ), ໃຫ້ກຽດເຂົ້າຮ່ວມມີ: ທ່ານ ພາກ ໂຮຈົງ, ຮອງປະທານ ແລະ ຫົວໜ້າຝ່າຍດຳເນີນງານຕະຫຼາດຫຼັກຊັບ, ທ່ານນາງ ວັດທະນາ
ດາລາລອຍ ຫົວໜ້າສຳນັກງານ ຄະນະຄຸ້ມຄອງຕະຫຼາດຫຼັກຊັບລາວ, ທ່ານບົວເງິນ ພົງສະຫວັດ ຜູ້ອຳນວຍການທະນາຄານສົ່ງເສີມກະສິກຳ, ທ່ານ ທູຈ້ຽນ ເລຂາຄະນະພັກ ບໍລິສັດ ປາຊີຟິກ ແລະ
ຮອງປະທານສະພາບໍລິຫານ ບໍລິສັດ ຫຼັກຊັບລາວ-ຈີນ ຈຳກັດ, ທ່ານ ເຈົ໊າ ເວີນຢູ ທີ່ປຶກສາເສດຖະກິດ-ການຄ້າ ສະຖານທູດ ສປ ຈີນປະຈຳ ສປປ ລາວ, ທ່ານ ວີເພັດ ສີຫາຈັກ ຜູ້ອຳນວຍການ
ບໍລິສັດອຸດສາຫະກຳຂໍ້ມູນຂ່າວສານປະເທດລາວ ຈຳກັດ, ທ່ານ ພອນເພັດ (ລີ ຫຼິນ) ຜູ້ອຳນວຍການບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ ແລະ ພ້ອມດ້ວຍແຂກທີ່ມີກຽດຈາກພາກສ່ວນຕ່າງໆ. ແລະ
ຕອນແລງຂອງວັນດຽວກັນ ເວລາ 17:30, ພິທີເປີດບໍລິການຢ່າງເປັນທາງການຂອງບໍລິສັດ ຫຼັກຊັບ ລາວ-ຈີນ ຈຳກັດ ກໍ່ໄດ້ຈັດຂຶ້ນທີ່ ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ,
ສ.ປ.ປ.ລາວ.ໂດຍການໃຫ້ກຽດເປັນປະທານຂອງ ພະນະທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການ ລັດຖະບານປະທານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ
ຕະຫຼາດຫຼັກຊັບ (ຄລຕ), ພ້ອມນີ້ກໍ່ຍັງມີແຂກກິດຕິມະສັກຈາກ ການທະນາຄານແຫ່ງ ສ ປ ປ ລາວ, ຕະຫຼາດຫຼັກຊັບລາວ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ,ສະຖານທູດ ສປ ຈີນ
ປະຈຳລາວ, ຄະນະກຳມະທິການຮ່ວມມື ລາວ-ຈີນ, ຜູ້ຮ່ວມທຶນຈາກບໍລິສັດ ຫຼັກຊັບປາຊີຟິກ ຈຳກັດຈາກສປ ຈີນ, ຜູ້ຮ່ວມທຶນຈາກທະນາຄານສົ່ງເສີມກະສິກຳ, ຜູ້ຮ່ວມທຶນຈາກບໍລິສັດ
ລາວອຸດສາຫະກໍາຂໍ້ມູນຂ່າວສານ ຈຳກັດ, ບັນດາບໍລິສັດຫຼັກຊັບ ແລະ ພາກສ່ວນທີ່ກ່ຽວຂ້ອງ...
ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ (ບລຈ) ແລະ ບໍລິສັດ ໂທລະພາບດີຈີຕອນລາວ ຈຳກັດ (LDTV) ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ
(Memorandum of Understanding “MOU”) ໃນຕອນເຊົ້າຂອງວັນທີ 08 ພະຈິກ 2024 ທີ່ຫ້ອງປະຊຸມຂອງ ບລຈ, ຊຶ່ງລົງນາມໂດຍ
ທ່ານ ລິນ ລີ ຜູ້ອໍານວຍການ ບລຈ ແລະ ທ່ານ ຫຼິວ ຮ້າວ ຜູ້ອໍານວຍການ LDTV, ພ້ອມທັງຄະນະອໍານວຍການ, ຄະນະພະແນກ ແລະ ພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.
ຈຸດປະສົງຂອງການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ແມ່ນເພື່ອໃຫ້ຄໍາແນະນໍາທາງດ້ານການເງິນເໝາະສົມໃນການກະກຽມຄວາມພ້ອມ
ໃນການອອກຈໍາໜ່າຍຮຸ້ນໃຫ້ແກ່ມວນຊົນຄັ້ງທຳອິດ (IPO) ແລະ ຈົດທະບຽນໃນຕະຫຼາດຫຼັກຊັບລາວ ຂອງ LDTV ໃຫ້ໄດ້ຢ່າງມີປະສິດທິພາບ
ໃນວັນທີ 21 ກຸມພາ 2024 ທີ່ ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດພິທີມອບລາງວັນດີເດັ່ນ ແລະ ໃບຍ້ອງຍໍ
ໃຫ້ວິສາຫະກິດ ປະຈຳປີ 2022, ຊຶ່ງເປັນກຽດເຂົ້າຮ່ວມເປັນປະທານພິທີໂດຍ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ.ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ (ບລຈ) ກໍເປັນໜຶ່ງໃນບັນດາວິສາຫະກິດທີ່ໄດ້ຮັບລາງວັນຜົນງານດີເດັ່ນ
ໃນການປະຕິບັດພັນທະສ່ວຍສາອາກອນ ເຂົ້າງົບປະມານແຫ່ງລັດ ປະຈຳປີ 2022, ຕາງໜ້າເຂົ້າຮັບລາງວັນໂດຍ ທ່ານ ປອ. ສຸດທິເດດ ບຸນລືໄຊ ຮອງຜູ້ອຳນວຍການ ບລຈ...
..
ເຖິງ: ບັນດາ ບໍລິສັດ ອອກແບບ ແລະ ຕົບແຕ່ງ ພາຍໃນ.
ບໍລິສັດຫຼັກຊັັບ ລາວ-ຈີນ ຈຳກັດ (ບລຈ) ຂໍເຊີນມາຍັງທ່ານ ເພື່ອເຂົ້າຮ່ວມປະມູນອອກແບບ ແລະ ຕົບແຕ່ງພາຍໃນຫ້ອງການສຳນັກງານ (ໃໝ່) ທີ່ເຂດເສດຖະກິດພິເສດບຶງທາດຫຼວງ.
ທ່ານທີ່ສົນໃຈ ສາມາດຕິດຕໍ່ພົວພັນເອົາລາຍລະອຽດ ແລະ ສົ່ງໃບສະເໜີລາຄາມາມາຍັງ ບລຈ ທີ່ ຊັ້ນ 6 ອາຄານຕະຫຼາດຫຼັກຊັບລາວ, ບ້ານ ໂພນທັນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ. ເລີ່ມແຕ່ວັນທີ 29/11-7/12/2023 ເປັນຕົ້ນໄປ ແລະ ຈະປິດຊອງປະມູນໃນວັນທີ 8/12/2023.
ລາຍລະອຽດກະລຸນາຕິດຕໍ່ 021- 419210, 020 59194809 ຫຼື 020 22442018.
ໃນຕອນເຊົ້າຂອງວັນທີ 16 ຕຸລາ 2023 ທີ່ຫ້ອງປະຊຸມໃຫຍ່ ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ (ບລຈ) ຕຶກຕະຫຼາດຫຼັກຊັບລາວ ຊັ້ນ 6 ໄດ້ຈັດງານສົນທະນາ ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບວຽກງານ “ການອອກຈຳໜ່າຍຮຸ້ນ ແລະ ເຂົ້າຈົດທະບຽນໃນກະດານຮອງ ຂອງ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ (SMEs)” ໃຫ້ກັບບັນດາ ວິສາຫະກິດ SME ທີ່ມີຈຸດປະສົງ ແລະ ມີຄວາມສົນໃຈລະດົມທຶນຜ່ານຕະຫຼາດທຶນລາວ. ໂດຍມີ ທ່ານ ລິນ ລີ ຜູ້ອຳນວຍການ ພ້ອມດ້ວຍ ພະນັກງານທີ່ກ່ຽວຂ້ອງຂອງ ບລຈ ເຂົ້າຮ່ວມ, ສຳລັບຝ່າຍວິສາຫະກິດ SME ແມ່ນນຳໂດຍ ທ່ານ ວິບູນ ສິດທິມໍລະດາ ຜູ້ອຳນວຍການ ບໍລິສັດ ຊ້າງລາວ ວິສະວະກຳ ແລະ ກໍ່ສ້າງ ຈຳກັດ, ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ຮອງປະທານ ສະມາຄົມ LAOSME ແລະ ຮອງປະທານ ສະມາຄົມ ນັກທຸລະກິດໜຸ່ມ ແຫ່ງຊາດລາວ, ພ້ອມທັງຜູ້ບໍລິຫານຂອງບໍລິສັດ KPV GOLD Co.,Ltd; ບໍລິສັດ VARI Co.,Ltd; ບໍລິສັດ Bitqik Sole Co.,Ltd; ບໍລິສັດ Loca Co.,Ltd; ບໍລິສັດ Anouvong Marketing Solution Co.,Ltd ແລະ ບໍລິສັດ Bansi.la Co.,Ltd ກໍ່ໄດ້ເຂົ້າຮ່ວມງານນີ້ຢ່າງພ້ອມພຽງ.
ງານສົນທະນາ ແລະ ແລກປ່ຽນຄຳຄິດເຫັນໃນຄັ້ງນີ້ປະກອບມີ: ຜົນປະໂຫຍດ ແລະ ສິ່ງທ້າທາຍ, ເງື່ອນໄຂຕ່າງໆໃນການອອກຈຳໜ່າຍຮຸ້ນ IPO ແລະ ການເຂົ້າຈົດທະບຽນໃນການດານຮອງ ຂອງ ວິສາຫະກິດ SME. ງານສົນທະນາໄດ້ມີການປຶກສາແລກປ່ຽນຄຳຄິດເຫັນກັນຢ່າງກົງໄປກົງມາ ແລະ ໄດ້ຮັບໝາກຜົນທີ່ດີ ລວມທັງມີການສະເໜີຄຳຄິດເຫັນຕໍ່ ບລຈ ເພື່ອນຳໄປສະເໜີຕໍ່ອົງການຄຸ້ມຄອງທີ່ກ່ຽວຂ້ອງຕື່ມ.
ບລຈ ໄດ້ຈັດງານພົບປະໃນລັກສະນະນີ້ຂຶ້ນເປັນປະຈຳ ເພື່ອສ້າງໂອກາດໃຫ້ແກ່ ບັນດາວິສາຫະກິດ SME ທີ່ມີຄວາມສົນໃຈການລະດົມທຶນຜ່ານຕະຫຼາດຫຼັກຊັບລາວ ໄດ້ເຂົ້າມາແລກປ່ຽນຄຳຄິດເຫັນກັບທີມງານຂອງ ບລຈ ໄດ້ໂດຍກົງ.
..
ພວກສ່ວນຄຸ້ມຄອງ |
ຜູ້ຖືຮຸ້ນ |
ບໍລິສັດຈົດທະບຽນ |
ສະຫງວນລິຂະສິດ © 2025 ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ. ຕັ້ງຢູ່: ຫ້ອງການເບີ A6 ຂອງຕຶກເບີ 1 ເຂດເສດຖະກິດພິເສດບຶງທາດຫຼວງ, ນະຄອນຫຼວງວຽງຈັນ, ສປປ ລາວ. |