ພວກເຮົາແມ່ນບໍລິສັດຮ່ວມມືລະຫວ່າງລາວແລະຈີນ..
ບໍລິສັດຫຼັກຊັບ ລາວ-ຈີນ ຈໍາກັດ ແມ່ນໄດ້ຮັບອະນຸຍາດການສ້າງຕັ້ງບໍລິສັດຈາກ ຄະນະກໍາມະການຄຸ້ມຄອງຫຼັກຊັບ
ແລະ ຕະຫຼາດຫຼັກຊັບ. ໂດຍມີການບໍລິການເຕັມຮູບແບບແກ່ນັກລົງທຶນຫຼັກຊັບ, ອີງຕາມກົດໝາຍວ່າດ້ວຍຫຼັກຊັບ ແມ່ນສາມາດໃຫ້ການບໍລິການຕົ້ນຕໍລວມມີຄື: ທີ່ປຶກສາທາງດ້ານການເງິນ, ນາຍໜ້າຊື້-ຂາຍຫຼັກຊັບ ແລະ ຕົວແທນຈໍາ
ໜ່າຍ, ການຄ້ຳປະກັນການອອກຈໍາໜ່າຍຫຼັກຊັບ ແລະ ອ່ື່ນໆ.ບໍລິສັດຫຼັກຊັບ ລາວ-ຈີນ ຈໍາກັດ ຕັ້ງຢູ່ ຊັ້ນ 6, ອາຄານຕະຫຼາດຫຼັກຊັບ, ບ້ານໂພນທັນເໜືອ, ເມືອງ ໄຊເຊດຖາ,
ນະຄອນຫຼວງວຽງຈັນ. ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນມິຖຸນາ 2013, ໂດຍແມ່ນການຮ່ວມມືຂອງ ທະນາຄານ
ສົ່ງເສີມກະສິກໍາ, ບໍລິສັດຫຼັກຊັບ ປາຊີຟິກຮຸ້ນສ່ວນ ຈໍາກັດ, ບໍລິສັດ ອຸດສາຫະກໍາຂໍ້ມູນ-ຂ່າວສານປະເທດລາວ ຈໍາກັດ,
ໂດຍມີທຶນຈົດທະບຽນ 100 ຕື້ກີບ ແລະ ໄດ້ເປີດໂຕບໍລິສັດຢ່າງເປັນທາງການໃນວັນທີ 16 ພະຈິກ 2013. ບໍລິ
ສັດຫຼັກຊັບ ລາວ-ຈີນ ຈໍາກັດ ເປັນບໍລິສັດຫຼັກຊັບຮ່ວມມືແຫ່ງທໍາອິດ ລະຫວ່າງ ສປປ ລາວ ກັບ ສປ ຈີນ ເຊິ່ງໄດ້ຮັບ
ການອະນຸມັດຈາກຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບ (ສປປ ລາວ) ແລະ ກໍ່ຍັງໄດ້ຮັບການເຫັນດີຈາກຄະ
ນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບ (ສປ ຈີນ) ໃຫ້ຮ່ວມກັບອົງກອນການເງິນຫຼັກຊັບຕ່າງປະເທດ. ເປົ້າໝາຍ
ການດໍາເນີນທຸລະກິດຂອງບໍລິສັດແມ່ນ‘’ສ້າງຜົນປະໂຫຍດຮ່ວມກັນ’’, ຕະຫຼາດທຶນຂອງລາວໃຫ້ເຂັ້ມແຂງ, ເພີ່ມທະ
ວີໂອກາດໃນການພັດທະນາຕະຫລາດເງີນທຶນໃໝ່.
ທະນາຄານສົ່ງເສີມກະສິກໍາ (ສປປ ລາວ)
ທະນາຄານສົ່ງເສີມກະສິກຳ ຈຳກັດ (ທສກ) ສ້າງຕັ້ງຂຶ້ນຕາມດຳລັດຂອງນາຍົກລັດຖະມົນຕີ ເລກທີ 92/ນຍ ລົງວັນທີ 19 ມິຖຸນາ 1993,
ເປັນທະນາຄານທຸລະກິດລັດ 100% ຖານະນິຕິບຸກຄົນ ຕາມລະບຽບກົດຫມາຍ ສປປ ລາວ, ເພື່ອປະຕິບັດຕາມທິດຊີ້ນຳຂອງລັດຖະບານ
ປີ 2021, ເພື່ອສ້າງຄວາມເຂັ້ມແຂງໃຫ້ ທສກ ກະຊວງການເງິນ ໃນນາມຜູ້ຖືຮຸ້ນ ໄດ້ເຊັນສັນຍາຮ່ວມທຶນ ກັບ ບໍລິສັດ ພົງຊັບທະວີ ກໍ່ສ້າງ-ຂົວ
ທາງ ເຄຫາສະຖານ ແລະ ຊົນລະປະທານ ຈຳກັດຜູ້ດຽວ ຖືຮຸ້ນ 70% ແລະ ກະຊວງການເງິນ ຕາງໜ້າລັດຖະບານລາວ ຖືຮຸ້ນ 30%, ໂດຍປະຕິ
ບັດຕາມຂອບເຂດສິດ, ພາລະບົດບາດຂອງຕົນ ໃນການພັດທະນາເສດຖະກິດສັງຄົມຂອງຊາດ, ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ
ສປປ ລາວ ແລະ ລະບຽບກົດຫມາຍຂອງ ສປປ ລາວ.ບໍລິສັດ ຫຼັກຊັບປາຊິຟິກຮຸ້ນສ່ວນ ຈໍາກັດ (ສປ ຈີນ)
ບໍລິສັດ ຫຼັກຊັບ ປາຊິຟິກ ຮຸ້ນສ່ວນ ຈໍາກັດ ແມ່ນຈົດທະບຽນສ້າງຕັ້ງຂຶ້ນໃນປີ 2004 ທີ່ ຄຸນໝິງ ນະຄອນຢູນນານ ແລະ ໄດ້ຮັບອະນຸຍາດ
ດໍາເນີນທຸລະກິດຫຼັກຊັບທົ່ວປະເທດແບບຄົບວົງຈອນ. ໃນປີ 2017, ບໍລິສັດໄດ້ມີການປັບປຸງໂຄງສ້າງໃນການຫັນມາເປັນບໍລິສັດຮຸ້ນສ່ວນ
ຈໍາກັດ ໄດ້ອອກຈໍາໜ່າຍຮຸ້ນບໍລິສັດຫຼັກຊັບປາຊິຟິກ (601099) ແລະ ນໍາເອົາຮຸ້ນຈົດທະບຽນທີ່ຕະຫຼາດຫຼັກຊັບ ທີ່ ນະຄອນ ຊຽງໄຮ,
ພ້ອມທັງຍັງໄດ້ຖືກຈັດຢູ່ໃນອັນດັບທີ່ 7 ຂອງບໍລິສັດຫຼັກຊັບທີ່ຈົດທະບຽນ. ມາເຖິງເດືອນກໍລະກົດ ປີ 2012, ບໍລິສັດໄດ້ມີການເພີ່ມທຶນ
ຈົດທະບຽນ ມູນຄ່າ 1,653 ຕື້ຢວນ. ໃນວັນທີ 3 ມັງກອນ 2014, ພາຍຫຼັງໄດ້ຮັບການອະນຸມັດເຫັນດີຈາກຄະນະກໍາກະການຄຸ້ມຄອງ
ສປ ຈີນ, ບໍລິສັດກໍ່ໄດ້ມີການເພີ່ມທຶນຂະຫຍາຍຮຸ້ນ ມູນຄ່າ 2,354 ຕື້ຢວນ.
ວິໄສທັດຂອງບໍລິສັດການດໍາເນີນທຸລະກິດແມ່ນຢູ່ໃນພື້ນຖານ “ຄວາມຊື່ສັດ, ສຸດຈະລິດ ”, ສະແຫວງຫາ “ ສັນຕິພາບອັນຢືນຍົງ ” ໃຫ້ແກ່ອົງກອນ. ໃຫ້ຄວາມສໍາຄັນແກ່ການບໍລິການລູກຄ້າເປັນຫຼັກ, ສະແຫວງຫາຜົນຕອບແທນອັນເປັນປະໂຫຍດສູງສຸດໃຫ້ແກ່ບັນດາຂາຮຸ້ນ ແລະ ລະບົບເສດຖະກິດສັງຄົມ, ພ້ອມທັງຊຸກຍູ້ສົ່ງເສີມການດໍາເນີນງານຂອງພະນັກງານ ແລະ ບໍລິສັດໃຫ້ມີຄວາມກ້າວໜ້າຂະຫຍາຍຕົວໄປຄຽງຄູ່ກັນ.
ບໍລິສັດ ຫຼັກຊັບປາຊິຟິກ ຮູ້ນສວນ ຈໍາກັດ ແມ່ນໄດ້ຮັບການສ້າງຕັ້ງຂຶ້ນທີ່ນະຄອນຄຸນໝິງ, ມີສາຂາບໍລິການທົ່ວປະເທດ 23 ສາຂາ, ຊຶ່ງໃນນັ້ນ
ແມ່ນມີສາຂາບໍລິການດ້ານຫຼັກຊັບຫຼາຍກວ່າໝູ່ແມ່ນຢູ່ພາຍໃນນະຄອນຢູນນານ. ພະແນກທີ່ປຶກສາດ້ານການເງິນຂອງບໍລິສັດກໍ່ໄດ້ມີການຂະຫຍາຍ
ຕົວສູງ ແລະ ໄດ້ຮັບລາງວັນ “ການດໍາເນີນງານດ້ານການຮັບປະການໂຄງການຈໍາໜ່າຍຫຼັກຊັບດີເດັ່ນ” ຈາກທາງຕະຫຼາດຫຼັກຊັບທີ່ນະຄອນ
ເຊີນເຈີນ ໃນປີ 2010 ແລະ ລາງວັນ ປີ 2011 ລາງວັນ “ປະສິດທິພາບການຂະຫຍາຍຕົວສູງດ້ານທີ່ປຶກສາການເງິນດີເດັ່ນໃນຂອບເຂດ
ບັນດາແຂວງໃນ ສປ ຈີນ” ແລະ ລາງວັນອື່ນໆ. ມາເຖິງປີ 2012 ບໍລິສັດຕິດອັນດັບການຄໍ້າປະກັນການຈໍາໜ່າຍຫຼັກຊັບ IPO ບໍລິສັດຖືກຈັດ
ຢູ່ໃນລໍາດັບທີ 18 ແລະ ຈັດລໍາດັບຢູ່ໃນຕະຫຼາດຫຼັກຊັບອັນດັບທີ່ 20. ພ້ອມກັນນັ້ນຜົນການດໍາເນີນທຸລະກິດຂອງບໍລິສັດແມ່ນມີລາຍຮັບ
ກໍາໄລມີສະຖຽນລະພາບ. ໃນໄລຍະຜ່ານມາບໍລິສັດໄດ້ນໍາສະເໜີໂຄງການອອກຈໍາໜ່າຍຮຸ້ນກູ້ໃຫ້ແກ່ຫຼາຍບໍລິສັດ, ສະນັ້ນໃນປີ 2011 ນັ້ນ
ເຮັດໃຫ້ບໍລິສັດໄດ້ຖືກຈັດອັນດັບທີ 7 ໃນການຄໍ້ປະກັນການຈໍາໜ່າຍຫຼັກຊັບ, ອັນດັບທີ 9 ມູນຄ່າຄໍ້າປະກັນການຈໍາໜ່າຍຫຼັກຊັບ ແລະ ສະແດງ
ໃຫ້ເຫັນວ່າ ບໍລິສັດ ຫຼັກຊັບປາຊິຟິກ ຮຸ້ນສ່ວນ ຈໍາກັດ ໄດ້ຕິດລໍາດັບທີ່ 10 ໃນບໍລິສັດຫຼັກຊັບທີ່ປະສົບຜົນສໍາເລັດໃນການດໍາເນີນທຸລະກິດຫຼັກຊັບ.
ພາຍໃນປີ 2012, ບໍລິສັດ ກໍ່ໄດ້ຮັບຜົນສໍາເລັດໃນການອອກຈໍາໜ່າຍຮຸ້ນ ຂອງ 7 ແຂວງ ແລະ ຍັງມີທ່າແຮງຂະຫຍາຍຕົວຢ່າງເຂັ້ມແຂງຂຶ້ນເລື່ອຍໆ.ບໍລິສັດ ຫຼັກຊັບ ປາຊິຟິກ ຮຸ້ນສ່ວນ ຈໍາກັດ ຍັງເປັນບໍລິສັດຫຼັກຊັບແຫ່ງທໍາອິດທີ່ຮ່ວມທຶນສ້າງຕັ້ງບໍລິສັດຫຼັກຊັບຢູ່ທີ່ຕ່າງປະເທດ, ຊຶ່ງໃນອານາຄົດ
ນອກຈາກສ້າງຕັ້ງທີ່ ສປປ ລາວ ແລ້ວຍັງມີແຜນຂະຫຍາຍເຊື່ອມຕໍ່ກັບເຂດເສດຖະກິດຂອງກຸ່ມປະເທດອາຊຽນ, ເພື່ອເຮັດໃຫ້ ສປ ຈີນ ແລະ
ປະຊາຄົມອາຊຽນ ມີການຮ່ວມມືການຮອບດ້ານນັບມື້ນັບສູງຂຶ້ນ.
ບໍລິສັດ ຂໍ້ມູນຂ່າວສານປະເທດລາວ ຈໍາກັດ (ສປປ ລາວ)ບໍລິສັດ ອຸດສາຫະກໍາ-ຂໍ້ມູນຂ່າວສານປະເທດລາວ ຈໍາກັດແມ່ນໄດ້ສ້າງຕັ້ງຂື້ນໃນເດືອນ 10 ປີ 2010,ເປັນອີກໜຶ່ງ
ບໍລິສັດທີ່ມີປະສົບການສູງໃນການດໍາເນີນທຸລະກິດ, ແລະເປັນຜູ້ ຖືຮຸ້ນມູ່ນຄ່າ 20% ຂອງບໍລິສັດຫຼັກຊັບ ລາວ-ຈີນ
ຈໍາກັດ. ບໍລິສັດ ອຸດສາຫະກໍາ-ຂໍ້ມູນຂ່າວສານປະເທດລາວ ຈໍາກັດ ແລະ ໄດ້ມີການຮ່ວມມືທີ່ແໜ້ນແພ້ນກັບ ບັນດາ
ບໍລິສັດໃຫ່ຍໆໃນ ສປປ ລາວ. ແລະ ສາມາດໝູນໃຊ້ຂໍ້ໄດ້ປຽບຂອງຕົນມານໍາໃຊ້ໃຫ້ເປັນປະໂຫຍດສູງສຸດໃນການດໍາ
ເນີນທຸລະກິດ, ບັນດາບໍລິສັດເຊິ່ງໄດ້ມີເຄື່ອຄ່າຍໃນການຄຸ້ມຄອງເປັນຕົ້ນເຊັ່ນ: ບໍລິສັດສະໜອງ ເຄື່ອງດື່ມ, ທຸລະກິດ
ໂຮງແຮມ, ບໍລິສັດທ່ອງທ່ຽວ, ບໍລິສັດເຕັກນິກໄອທີ, ບໍລິສັດຈໍາໜ່າຍລົດ ແລະ ອື່ນໆ,ເຊິ່ງໃນພາຍໜ້າຈະສາມາດດຶງ
ດູດນັກລົງທຶນຕ່າງປະເທດທີ່ມາລົງທຶນໃນລາວສາມາດສ້າງຮູບແບບບໍລິການທີ່ຫຼາກຫຼາຍນັບມື້ນັບຫຼາຍຂື້ນ.
ໃນອານາຄົດ ບໍລິສັດ ອຸດສາຫະກໍາ-ຂໍ້ມູນຂ່າວສານປະເທດລາວ ຈໍາກັດ ຈະສາມາດສ້າງຕັ້ງສູນລວມ ບໍລິການທາງ
ດ້ານເຕັກນິກໄອທີ,ສາມາດສະໜອງລະບົບກະດານລາຍງານລາຄາແບບເຕັມຮູບແບບ,ລະບົບລາຍງານການເງິນຄົບວົງ
ຈອນ, ລະບົບຊື້-ຂາຍ ຫຼັກຊັບຜ່ານອິນເຕີເນັດ ແລະ ລະບົບແນວທາງການແກ້ໄຂບັນຫາດ້ານໄອທີ, ເພື່ອນໍາໃຊ້ບັນດາຈຸດ
ດີດັ່ງກ່າວ ມາເປັນຂໍ້ໄດ້ປຽບທີເຫນືອກ່ວາບັນດາຄູ່ແຂ່ງໃນການດໍາເນີນທຸລະກິດ.
- ດໍາເນີນທຸລະກິດບົນພື້ນຖານ ‘’ຮ່ວມກັນສ້າງຜົນປະໂຫຍດຮ່ວມກັນ‘’.
‘’ຮ່ວມກັນສ້າງ‘’ ແມ່ນຮ່ວມກັນສ້າງຮູບແບບໂຄງສ້າງໃຫ່ມຂອງອົງກອນທີ່ສົມບູນແບບທີ່ສຸດ.
‘’ຜົນປະໂຫຍດຮ່ວມກັນ‘’ ແມ່ນການດໍາເນີນທຸລະກິດດ້ວຍການສະແຫວ່ງຫາຜົນປະໂຫຍດຮ່ວມກັນຢ່າງບໍ່ຢຸດຢັ້ງ.- ໃຫ້ບໍລິການດ້ວຍຄວາມຈິງໃຈ ແລະ ນໍາສະເໜີຜະລິດຕະພັນທີ່ມີຄຸນນະພາບໃຫ້ແກ່ ລູກຄ້າ, ເພື່ອເພີ້ມຄວາມເຊື່ອ
ໝັ້ນໃຫ້ແກ່ ລູກຄ້າ;- ໃຫ້ຄວາມເຊື່ອໝັ້ນແກ່ ລູກຄ້າໃນດ້ານການລະດົມທຶນໄລຍະຍາວ; ສ້າງຜົນກໍາໄລສູງສຸດໃຫ້ແກ່ ຜູ້ ຖືຮຸ້ນແລະ ນັກ
ລົງທຶນ;- ເພື່ອຊ່ວຍສົ່ງເສີມພັດທະນາເສດຖະກິດ-ສັງຄົມໃຫ້ນັບມື້ນັບຂະຫຍາຍຕົວ ແລະ ພັດທະນາຕະຫຼາດ ທຶນຂອງສປປ
ລາວ ແລະ ຕະຫຼາດທຶນຂອງ ສປ ຈີນ ໃຫ້ມີການແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນ.ເພື່ອສົ່ງເສີມການຂະຫຍາຍຕົວຂອງຕະຫຼາດຫຼັກຊັບລາວໃຫ້ເຂັມແຂງຍິ່ງຂຶ້ນ,ໂດຍຜ່ານໂຄງສ້າງບໍລິຫານແບບໃໝ່,
ການໃຫ້ບໍລິການຮູບແບບໃຫ່ມ, ສ້າງຜະລິດຕະພັນໃຫ່ມ. ເພື່ອເຮັດໃຫ້ສາຍສໍາພັນລະຫວ່າງ ຕະຫຼາດຫຼັກຊັບສອງປະ
ເທດລາວ-ຈີນ; ບໍລິສັດອອກຫຼັກຊັບ ແລະ ນັກລົງທຶນ; ຜູ້ ບໍລິຫານ ແລະ ພະນັກງານ; ສະພາຂາຮຸ້ນ ແລະ ສະພາບໍລິ
ຫານ, ເຊິ່ງທັງໝົດນີ້ ເພື່ອສ້າງຜົນປະໂຫຍດຮ່ວມກັນ ແລະ ສ້າງປະຫວັດການດໍາເນີນທຸລະກິດກ້າວໄປຢ່າງບໍ່ຢຸດຢັງ.
ແຜນຍຸດທະສາດໃນການດໍາເນີນທຸລະກິດ
ບໍລິສັດ ຫຼັກຊັບ ລາວ-ຈີນ ຈໍາກັດ ສົ່ງເສີມການພັດທະນາທາງຕະຫຼາດທຶນຢ່າງຕໍ່ເນື່ອງ, ໄດ້ຄັດເລືອກເອົາຍຸດທະສາດ
ການບໍລິຫານທີ່ທັນສະໄຫມ, ຄົນຄວ້ານໍາສະເຫນີແຕ່ຜະລິດຕະພັນທີ່ມີຄຸນນະພາບ ພ້ອມທັງສະໜອງບຸກຄະລາກອນ
ທີ່ມີຄວາມຮູ້ຄວາມສາມາດ ແລະ ເປັນມືອາຊີບທີ່ກຽມພ້ອມໃຫ້ບໍລິການແກ່ລູກຄ້າ. ບໍລິສັດ ຫຼັກຊັບລາວ-ຈີນ ຈໍາກັດ
ແມ່ນດໍາເນີນທຸລະກິດໃນຮູບແບບການອີງໃສ່ໃຫ້ສອດຄ່ອງກັບສະພາບຕະຫຼາດທຶນໃນປະຈຸບັນ, ເພື່ອບັນລຸເປົ້າໝາຍໃນ
ການດໍາເນີນທຸລະກິດ ແລະ ເພື່ອສົ່ງເສີມການພັດທະນາຕະຫຼາດທຶນໃຫ້ເຂັ້ມແຂງ ແລະ ຫມັ້ນຄົງຕະຫຼອດໄປ ເຊິ່ງມີ
ແຜນຍຸດທະສາດໃນການດໍາເນີນທຸລະກິດ 3 ປີເຊັ່ນ: ພັດທະນາການຂະຫຍາຍຕົວໃນ 3 ຮູບແບບການບໍລິການ (ທີ່ປຶກ
ສາທາງດ້ານການເງິນ, ການຄໍ້າປະກັນການອອກຈໍາໜ່າຍຫຼັກຊັບ, ນາຍໜ້າຊື້-ຂາຍຫຼັກຊັບ), ສົ່ງເສີມການພັດທະນາການ
ເຕິບໂຕຂອງຕະຫຼາດທຶນຢ່າງບໍ່ຢຸດຢັ້ງ, ເກັບຮັກສາຂໍ້ມູນຄວາມລັບຂອງລູກຄ້າ, ຮັກສາ ແລະ ພັດທະນາຮູບແບບການ
ບໍລິຫານໃຫ້ໄດ້ມາດຕະຖານສາກົນ. ບໍລິສັດຫລັກຊັບ ລາວ-ຈີນ ຈໍາກັດ ຈະເພີ່ມທະວີການພັດທະນາທາງດ້ານການບໍລິ
ການ ແລະ ການຄົ້ນຄວ້າຜະລິດຕະພັນຮູບແບບໃຫ່ມອອກໃຫ້ບໍລິການຢ່າງບໍ່ຢຸດຢັ້ງ, ພ້ອມທັງຍົກລະດັບຄຸນນະພາບ
ຂອງວິຊາການຂື້ນເລື້ອຍໆ ເພື່ອຕອບສະໜອງໃຫ້ທັນກັບສະພາບຄວາມຕ້ອງການຂອງລູກຄ້າ, ສ້າງການບໍລິການພາຍໃນ
ບໍລິສັດຂອງພວກເຮົາໃຫ້ມີຄຸນນະພາບ ແລະ ມີຮັບປະສິດທິຜົນທີ່ດີສຸດໃຫ້ແກ່ລູກຄ້າ.
|
ພວກສ່ວນຄຸ້ມຄອງ |
ຜູ້ຖືຮຸ້ນ |
ບໍລິສັດຈົດທະບຽນ |
ສະຫງວນລິຂະສິດ © 2025 ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ. ຕັ້ງຢູ່: ຫ້ອງການເບີ A6 ຂອງຕຶກເບີ 1 ເຂດເສດຖະກິດພິເສດບຶງທາດຫຼວງ, ນະຄອນຫຼວງວຽງຈັນ, ສປປ ລາວ. |
