ມາຮ່ວມເປັນສະມາຊິກໃໝ່ຂອງພວກເຮົາ ເພື່ອສ້າງຜົນປະໂຫຍດຮ່ວມກັນ!
ປະຈຸບັນ ພະແນກທີ່ປຶກສາທາງດ້ານການເງິນ ແລະ ຄ້ຳປະກັນການອອກຈຳໜ່າຍຫຼັກຊັບ ມີຄວາມຕ້ອງການເພື່ອນຮ່ວມງານ 4 ທ່ານ:
ໜ້າວຽກ: ໃຫ້ຄຳປຶກສາທາງດ້ານການເງິນ, ຊ່ວຍເລືອກເຟັ້ນນັກລົງທຶນຍຸດທະສາດ, ວາງແຜນການອອກຈຳໜ່າຍຫຼັກຊັບ ແລະ ຄ້ຳປະກັນການອອກຈຳໜ່າຍຫຼັກຊັບ, ຊ່ວຍອົງກອນວາງແຜນຍຸດທະສາດ, ໃຫ້ຄຳປຶກສາໃນການຊື່-ຄວບ-ຂາຍກິດຈະການ ແລະ ອື່ນໆ ຕາມການອະນຸຍາດຂອງ ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ.
ການສຶກສາ: ປະລິນຍາຕີ ຫຼື ປະລິນຍາໂທ ຂະແໜງການເງິນການທະນາຄານ, ບັນຊີ, ເສດຖະສາດ, ການບໍລິຫານທຸລະກິດ, ກົດໝາຍ ຫຼື ຂະແໜງການອື່ນໆທີ່ກ່ຽວຂ້ອງ ພ້ອມທັງສາມາດເຮັດວຽກພາຍໃຕ້ແຮງກົດດັນໄດ້ດີ.
ປະສົບການເຮັດວຽກ: ມີປະສົບການເຮັດວຽກ 2 ປີຂຶ້ນໄປ, ຖ້າມີປະສົບການເຮັດວຽກກັບບໍລິສັດກວດສອບ, ບໍລິສັດທີ່ປຶກສາກົດໝາຍ, ທະນາຄານ ຫຼື ບໍລິສັດທີ່ປຶກສາທາງດ້ານບັນຊີ ຈະພິຈາລະນາເປັນພິເສດ.
ທັກສະພາສາ: ສາມາດນໍາໃຊ້ພາສາອັງກິດ, ພາສາຈີນ ໄດ້ດີຈະພິຈາລະນາກ່ອນ.
ສົນໃຈກະລຸນາຕິດຕໍ່ ແລະ ສົ່ງຊີວະປະຫວັດມາທີ່: ບໍລິສັດ ຫຼັກຊັບລາວ-ຈີນ ຈຳກັດ
ອີເມວ: info@lcs.com.la
ເບີຕິດຕໍ່ : 020-2244 2018; 020-2221 3569